ລາວເສຍໃຫ້ເຈົ້າພາບ 1-0
ໃນວັນທີ 1 ກໍລະກົດນີ້ ນັກກິລາທີມຊາດລາວ ລົງສະໜາມຄັ້ງທໍາອິດເສຍໃຫ້ ທີມຊາດອິນໂດເນເຊຍ (ເຈົ້າພາບ) 1-0 ຂອງການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ້ນອາຍຸ 19 ປີ AFF U19 CHAMPIONSHIP 2018 ຈັດຂຶ້ນໃນລະຫວ່າງວັນທີ 1-14 ກໍລະກົດນີ້.
ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ້ນອາຍຸ 19 ປີ AFF U19 CHAMPIONSHIP 2018 ມີ 11 ປະເທດເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມຄື: ກຸ່ມເອ ປະກອບມີ: ໄທ, ອິນໂດເນເຊຍ, ຫວຽດນາມ, ສິງກະໂປ, ລາວ ແລະ ຟີລິບປິນ; ສ່ວນກຸ່ມບີ ປະກອບມີ: ມາເລເຊຍ, ມຽນມາ, ຕີມໍ ເລສເຕ, ກຳປູເຈຍ ແລະ ບຣູໄນ.
ຂະນະທີ່ຜົນການແຂ່ງຂັນໃນກຸ່ມດຽວກັນ ທີມຊາດໄທ ສະເໝີ ທີມຊາດຫວຽດນາມ (0-0); ສ່ວນ ທີມຊາດສິງກະໂປ ເສຍໃຫ້ ທີມຊາດຟີລິບປິນ (1-2). ສໍາລັບຕາຕະລາງການແຂ່ງຂັນຂອງທີມຊາດລາວ ຍັງອີກ 3 ຄັ້ງຄື: ວັນທີ 3 ກໍລະກົດ ເວລາ 15:30 ໂມງ ພົບກັບ ທີມຊາດໄທ, ວັນທີ 7 ກໍລະກົດ ເວລາ 15:30 ໂມງ ພົບກັບ ທີມຊາດສິງກະໂປ, ວັນທີ 9 ກໍລະກົດ ເວລາ 15:30 ໂມງ ພົບກັບ ທີມຊາດຟີລິບປິນ.