JDB ເປີດທົດລອງການນໍາໃຊ້ບັດ UnionPay lnternational
ໃນວັນທີ 29 ມິຖຸນາ ຜ່ານມານີ້, ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດພິທີເປີດທົດລອງການນໍາໃຊ້ບັດຢູນຽນເພ (UnionPay lnternational) ໂດຍການເຂົ້າຮ່ວມຂອງທ່ານ ເອກະພັນ ພະພິທັກ ປະທານສະພາ ບໍລິຫານທະນາຄານຮ່ວມພັດທະນາ, ທ່ານ ວິຊັ້ນ ຫລິງ ຮອງຜູ້ຈັດການໃຫຍ່ UPI ເຂດອາຊີຕາເວັນອອກສຽງໃຕ້, ທ່ານ ອາເທີ້ ຫລີວ ຜູ້ປະຈໍາການສໍານັກງານຕົວແທນ ຮັບຜິດຊອບປະເທດລາວ, ຫວຽດນາມ, ກໍາປູເຈຍ ແລະ ພະມ້າ, ມີບັນດາຜູ້ບໍລິຫານລະດັບສູງ ທະນາຄານຮ່ວມພັດທະນາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມຈໍານວນຫຼາຍ.
ທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ໄດ້ກ່າວວ່າ: ເພື່ອເປັນການຍົກລະດັບບັດ ATM ຂອງ JDB ໃຫ້ກາຍເປັນບັດສາກົນ ສາມາດໃຊ້ໄດ້ທົ່ວໂລກ ໂດຍມີໂລໂກ UnionPay ຮ່ວມຢູ່ນໍາ ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງທະນາຄານ ຮ່ວມພັດທະນາ ໃນການບໍລິການດ້ານການເງິນຢູ່ພາຍໃນ ແລະ ຕ່າງປະເທດ, ຊຶ່ງເປັນຜະລິດຕະພັນທີ່ໜ້າເຊື່ອຖື ແລະ ເປັນທີ່ຍອມຮັບຈາກຄົນທົ່ວໂລກ ໂດຍໃຫ້ບໍລິການສະດວກສະບາຍໃນການຊໍາລະຄ່າສິນຄ້າ ແລະ ການບໍລິການທຸລະກໍາທາງການເງິນຢ່າງມີປະສິດທິພາບ, ມີລະບົບປ້ອງກັນຄວາມປອດໄພ ໂດຍການນໍາໃຊ້ຜ່ານເຄື່ອງຮູດບັດ ແລະ ຖອນເງິນສົດ ຈາກຕູ້ ATM ໄດ້ທົ່ວໂລກ.
ຜະລິດຕະພັນບັດ JDB ATM UnionPay ຂອງທະນາຄານຮ່ວມພັດທະນາ ມີທັງໝົດ 3 ປະເພດຄື: ບັດເດບິດ ຄາສສິກ (Debit Classic) ເປີດບັນຊີປະຢັດຕໍ່າສຸດ 80 ພັນກີບ; ບັດເຄດິດ (Credit Gold) ເປີດບັນຊີຝາກຄໍ້າປະກັນເຕັມວົງເງິນຂັ້ນຕໍ່າ 8 ລ້ານກີບ ແລະ ບັດເຄດິດ ແພັດຕິນັ້ມ (Credit Platinum) ເປີດບັນຊີຝາກຄໍ້າປະກັນເຕັມວົງເງິນຂັ້ນຕໍ່າ 42 ລ້ານກີບ. ຊຶ່ງເງື່ອນໄຂໃນການອອກບັດໃໝ່ຄື: ຜູ້ທີ່ຈະອອກບັດຕ້ອງມີອາຍຸ 18 ປີຂຶ້ນໄປ ແລະ ກໍລະນີຄົນຕ່າງປະເທດ ຕ້ອງມີໃບອະນຸຍາດ ເຮັດວຽກຢູ່ລາວ ແລະ ໜັງສືຮັບຮອງຈາກໜ່ວຍງານຂອງຕົນ ຈຶ່ງສາມາດອອກບັດໃຫ້ໄດ້.
ບັດດັ່ງກ່າວສາມາດຖອນເງິນຈາກຕູ້ ເອທີເອັມ ທີ່ມີເຄື່ຶອງໝາຍ UnionPay ໄດ້ທົ່ວໂລກ; ໃຊ້ແທນເງິນສົດໃນການຊໍາລະຄ່າສິນຄ້າຕາມຮ້ານ ແລະ ຈຸດບໍລິການຕ່າງໆ ຜ່ານເຄື່ອງຮູດບັດ EDC ໄດ້ທົ່ວໂລກທີ່ມີເຄື່ອງໝາຍ UnionPay; ໃຊ້ເບີກຖອນເງິນສົດ ໃນທະນາຄານ ຫຼືຕູ້ ເອທີເອັມ ໄດ້ທຸກຈຸດທົ່ວໂລກ ທີ່ມີເຄື່ອງໝາຍ UnionPay ຕະຫຼອດ 24 ຊົ່ວໂມງ; ສະດວກໃນການພົກພາ ມີຄວາມປອດໄພຕາມມາດຕະຖານ EMVCO; ຮັບສິດທິພິເສດຕ່າງໆ ຈາກ UnionPay lnternational.