6 ອາການຫລັງເກີດລູກ ແບບນີ້ຜິດປົກກະຕິຕ້ອງຮີບພົບແພດໝໍທັນທີ
July 3, 2018 - 11:28 AM
ແມ່ທີ່ເກີດລູກຮຽບຮ້ອຍແລ້ວລູກນ້ອຍປອດໄພດີ ກໍຢ່າລືມສັງເກດອາການ ແລະ ພາວະແຊກຊ້ອນທີ່ອາດຈະເກີດກັບຕົນເອງ ເພາະມີແມ່ຫຼາຍຄົນທີ່ມີພາວະແຊກຊ້ອນທີ່ເປັນອັນຕະລາຍຕ້ອງຢູ່ໃນຄວາມເບິ່ງແຍງຂອງແພດໝໍຢ່າງໃກ້ຊິດ ມາສຶກສາພາວະທີ່ເປັນອັນຕະລາຍໄປພ້ອມໆກັນ.
6 ອາການຫລັງເກີດລູກ ແບບນີ້ຜິດປົກກະຕິຕ້ອງຮີບພົບແພດໝໍທັນທີ
- ອາການຕົກເລືອດ: ປົກກະຕິແມ່ຫຼັງເກີດລູກຈະມີນໍ້າຄາວປາໄຫຼອອກມາເປັນສີແດງໆ ປະມານ 2-3 ມື້ ຫຼັງຈາກນັ້ນຈະເປັນສີຈາງໆອອກນໍ້າຕານ ແມ່ຕ້ອງສັງເກດຕົນເອງໃຫ້ດີວ່າ ເລືອດທີ່ໄຫຼອອກມານັ້ນເປັນອາການຕົກເລືອດ ຫຼື ເປັນອາການຂອງນໍ້າຄາວປາ ຖ້າເປັນອາການຕົກເລືອດຈະມີເລືອດໄຫຼອອກມາຕະຫຼອດເປັນຈໍານວນຫຼາຍ ແມ່ຈະມີພາວະ ຜິວ ຫຼື ສີໜ້າຈືດ, ອ່ອນເພຍ ຫຼື ເປັນລົມ ອາການຕົກເລືອດຈະເກີດຂຶ້ນພາຍໃນ 24-48 ຊົ່ວໂມງ ຖ້າມີອາການແບບນີ້ຕ້ອງຮີບພົບແພດໝໍດ່ວນ.
- ອາການມົດລູກອັກເສບ: ສັງເກດໄດ້ຈາກການເຈັບທ້ອງນ້ອຍ ແລະ ການໄຫຼຂອງນໍ້າຄາວປາ ຖ້ານໍ້າຄາວປາມີສີແດງສົດອອກມາເປັນເວລາດົນ ຫຼື ມີກິ່ນໃຫ້ຄິດໄວ້ກ່ອນວ່າ ເປັນອາການຂອງມົດລູກອັກເສບ ຕ້ອງຮີບໄປພົບແພດໝໍ.
- ເຕົ້ານົມອັກເສບ: ຖ້າມີອາການເຈັບເຕົ້ານົມອາດຈະຄິດວ່າເປັນອາການເຕົ້ານົມຄັດ ແຕ່ຖ້າມີອາການເຈັບເຕົ້າ, ເຕົ້ານົມບວມແດງ ແລະ ແຂງເປັນກ້ອນ ອາດຈະເກີດຈາກອາການເປັນຝີ ຊຶ່ງສາເຫດເກີດມາຈາກການເຈັບຄັດເຕົ້ານົມ ແລະ ລູກດູດບໍ່ຖືກວິທີ ເມື່ອຄັດເຕົ້ານົມຫຼາຍໆ ແລະ ນໍ້ານົມບໍ່ໄຫຼຈຶ່ງເຮັດໃຫ້ເກີດເປັນເຕົ້ານົມອັກເສບໄດ້.
- ພາວະຊຶມເສົ້າຫຼັງເກີດລູກ: ແມ່ຈະຮູ້ສຶກເບື່ອລູກ, ບໍ່ຢາກລ້ຽງລູກ, ບໍ່ສົນໃຈລູກ, ເບື່ອໜ່າຍກັບຊີວິດ ອາການແບບນີ້ຈະເກີດຂຶ້ນຕັ້ງແຕ່ຫຼັງເກີດລູກໃໝ່ຈົນຮອດ 1-2 ອາທິດ ເຖິງຈະມີອາການດີຂຶ້ນ ແຕ່ສໍາລັບແມ່ບາງຄົນອາດມີອາການຊຶມເສົ້າດົນກວ່ານັ້ນ ແລະ ເປັນຫຼາຍກວ່ານັ້ນ ຈົນຕ້ອງພົບແພດໝໍທາງດ້ານຈິດຕະແພດ.
- ບາດແຜຜ່າຕັດເກີດລູກອັກເສບ
- ມີອາການໄຂ້ຂຶ້ນສູງພາຍໃນ 48 ຊົ່ວໂມງ
ອາການແຊກຊ້ອນຕ່າງໆ ຂອງແມ່ຫຼັງເກີດລູກທີ່ກ່າວຂ້າງເທິງ ອາດເປັນອັນຕະລາຍຈົນເສຍຊີວິດໄດ້ ດັ່ງນັ້ນແມ່ຫຼັງເກີດລູກ ຕ້ອງໝັ່ນສັງເກດອາການຕົນເອງໃຫ້ດີ.