ປັດໄຈເຮັດໃຫ້ຄົນຢາກໄປເຮັດສັນຍາກຳ
July 3, 2018 - 11:58 AM
- ຖືກຄົນອ້ອມຂ້າງຢອກລໍ້ເກີດປົມດ້ອຍ : ເປັນໃຜກໍຄົງຢາກເຮັດ ເພາະຄົງບໍ່ມີໃຜທີ່ຢາກຖືກຢອກລໍ້ວ່າເປັນຄົນຂີ້ຮ້າຍ ເຊິ່ງ ເມື່ອຖືກຢອກລໍ້ຫລາຍໆຈຶ່ງຕັດສິນໃຈທ້ອນເງິນໄປເຮັດສັນຍະກຳ.
- ອົກຫັກ, ແຟນຖິ້ມ, ຢາກມີແຟນ, ແຟນເວົ້າໃຫ້ວ່າບໍ່ງາມ : ກໍລະນີແຟນຖິ້ມ, ອົກຫັກ ຈຶ່ງຄິດຢາກຈະປ່ຽນແປງໂຕເອງ ແບບນີ້ບໍ່ແນະນຳໃຫ້ເຮັດສັນຍະກຳເລີຍ ເພາະເຖິງຈະເຮັດແນວໃດ ເຂົາກໍບໍ່ກັບມາ ເຖິງຈະກັບມາກໍຍ້ອນທ່ານງາມຂຶ້ນເທົ່ານັ້ນ, ເວລາໃຜເວົ້າວ່າທ່ານບໍ່ງາມກໍຮູ້ສຶກເສຍໃຈຄືກັນໝົດ ໂດຍສະເພາະຄົນທີ່ເວົ້າໃຫ້ນັ້ນເປັນແຟນຂອງທ່ານເອງຍິ່ງກົດດັນ ແລະ ຢາກຈະງາມຫລາຍຍິ່ງຂຶ້ນ.
- ເພື່ອປ່ຽນແປງໂຕເອງ : ຫລາຍໆຄົນໃນປະຈຸບັນທີ່ເຮັດສັນຍະກຳ ເຮັດເພື່ອປະໂຫຍດຈາກວຽກງານດ້ານບັນເທີງ, ເປັນດາ ລາ, ນັກຮ້ອງ, ນາງ-ນາຍແບບ.
- ແຕ່ງໜ້າຍາກ : ແມ່ຍິງເຮົາຍິ່ງອາຍຸຫລາຍຂຶ້ນ ຮອຍຕ່າງໆເທິງໃບໜ້າກໍຈະປະກົດເຫັນແຈ້ງ ເຮັດໃຫ້ການແຕ່ງໜ້າແຕ່ລະເທື່ອຫຍຸ້ງຍາກ ແລະ ດົນຂຶ້ນ ເມື່ອເຫັນຂໍ້ບົກພ່ອງຂອງຕົນເອງທຸກໆມື້ຈຶ່ງຄິດຢາກຈະເຮັດໃຫ້ງາມຂຶ້ນ.
- ສ້າງຄວາມໝັ້ນໃຈ ແລະ ເພີ່ມໂອກາດທີ່ດີໃຫ້ແກ່ໂຕເອງ : ເມື່ອໂຕເອງງາມຂຶ້ນ ກໍເສີມຄວາມໝັ້ນໃຈໃຫ້ແກ່ຕົນເອງໄດ້ຫລາຍຂຶ້ນ, ກ້າແຕ່ງໂຕຫລາຍຂຶ້ນ ບາງຄົນຈາກງາມທຳມະຊາດ ກໍປ່ຽນເປັນງາມແບບທັນສະໄໝທັນທີ.
- ເກີດອຸປະຕິເຫດ ເຊັ່ນ : ໄຟ ໄໝ້, ລົດຕຳ, ຖືກມີດບາດ : ການເກີດອຸປະຕິເຫດບາງເທື່ອກໍເຮັດໃຫ້ທ່ານສາມາດເສຍໂສມໄດ້ຄືກັນ ສະນັ້ນທ່ານຈຶ່ງຢາກຈະເຂົ້າຮັບການຕົກແຕ່ງເຮັດສັນຍະກຳ.
- ຮູ້ສຶກວ່າໂຕເອງແປກແຕກຕ່າງຈາກຄົນອື່ນ : ອາດມີຄວາມຮູ້ສຶກວ່າຕົນເອງແຕກຕ່າງຈາກສັງຄົມອ້ອມຂ້າງ ເນື່ອງຈາກໃນບາງເທື່ອຮູ້ສຶກວ່າຕົນເອງໜ້າຕາບໍ່ດີ, ແຕ່ຄົນໃນຄອບຄົວ ຫລື ຄົນໃກ້ຊິດໜ້າຕາດີ ອາດເຮັດໃຫ້ຮູ້ສຶກແຕກຕ່າງຈົນມີຄວາມຄິດຢາກຈະປ່ຽນແປງໂຕເອງ.
- ເຮັດສັນຍະກຳຕາມກະແສ: ເນື່ອງຈາກໃນປະຈຸບັນມີການເຮັດສັນຍະກຳຢ່າງແຜ່ຫລາຍ ເຮັດໃຫ້ຫລາຍໆຄົນຮູ້ສຶກຢາກຈະແຂ່ງຂັນຢາກງາມ ຢາກຂາວ ບໍ່ນ້ອຍໜ້າຄົນອື່ນ ຈົນຕ້ອງຕັດສິນໃຈເຂົ້າຮັບການເຮັດສັນຍະກຳໃນທີ່ສຸດ.