ທໍນາໂດພັດຖະຫລົ່ມອາເມລິກາ ເສຍຊີວິດຢ່າງໜ້ອຍ 12 ຄົນ ເຮືອນເພ-ຕົ້ນໄມ້ຫັກ-ເສົາໄຟລົ້ມ

ອາເມລິກາ 1 ພຶດສະພາ: ພາຍຸທໍນາໂດພັດຖະຫລົ່ມຫລາຍລັດຢູ່ພາກໃຕ້ ແລະ ພາກຕາເວັນຕົກຕອນກາງ ຫລື ມິດເວສຂອງອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 12 ຄົນ ແລະ ບາດເຈັບເປັນຈຳນວນຫລາຍ.
ພາຍຸທໍນາໂດພັດຖະຫລົ່ມຫລາຍເມືອງຢູ່ລັດເທກຊັດ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ສູນຫາຍອີກ 2 ຄົນ, ສ້າງຄວາມເສຍຫາຍເປັນບໍລິເວນກວ້າງຕາມທິດທາງການເຄື່ອນທີ່ຂອງພາຍຸ ເຊິ່ງຍາວເຖິງ 56 ກິໂລແມັດ ແລະ ກວ້າງ 24 ກິໂລແມັດ, ເຮືອນຊານ ແລະ ຮ້ານຄ້າເສຍຫາຍຢ່າງໜ້ອຍ 5.100 ຫລັງ.
ຂະນະທີ່ຢູ່ລັດມິສຊຸຣີ ກະແສນ້ຳຈາກແມ່ນ້ຳທີ່ລົ້ນຕາຝັ່ງ ແລະ ໄຫລແຮງພັດເອົາລົດຄັນໜຶ່ງຕົກລົງໄປໃນແມ່ນ້ຳ ເຮັດໃຫ້ຜູ້ຍິງອາຍຸ 72 ປີ ຈົມນ້ຳເສຍຊີວິດ. ຂະນະທີ່ຢູ່ລັດມິສຊິສຊິບປີມີລາຍງານວ່າມີຜູ້ເສຍຊີວິດຈາກພາຍຸອີກ 1 ຄົນ.
ສ່ວນຢູ່ລັດອາຣຄັນຊໍ ມີຜູ້ເສຍຊີວິດຈາກນ້ຳຖ້ວມອີກ 2 ຄົນ ເຮັດໃຫ້ປັດຈຸບັນນີ້ຈຳນວນຜູ້ເສຍຊີວິດຈາກໄພທຳມະຊາດທີ່ເກີດຂຶ້ນໃນທ້າຍອາທິດຜ່ານມາຢູ່ລັດອາຣຄັນຊໍເພີ່ມເປັນ 3 ຄົນ ແລະ ມີເດັກນ້ອຍສູນຫາຍອີກ 2 ຄົນ. ນອກຈາກນີ້ ເຈົ້າໜ້າທີ່ມອດໄຟຍັງໄດ້ຊ່ວຍຜູ້ຊາຍຄົນໜຶ່ງ ແລະ ຜູ້ຍິງຖືພາຈາກລົດກະບະຄັນໜຶ່ງທີ່ພວມຖືກກະແສນ້ຳຖ້ວມພັດລອຍໄປ.
ສ່ວນຕອນກາງຂອງລັດເທນເນສຊີກໍຖືກພາຍຸພັດເສົາໄຟຟ້າ ແລະ ຕົ້ນໄມ້ຫັກ ແລະ ຢູ່ຮິນສວິວ ທາງຕາເວັນຕົກສຽງເໜືອຂອງລັດອາຣຄັນຊໍ ເຈົ້າໜ້າທີ່ຍັງຄົ້ນຫາເດັກນ້ອຍຜູ້ຍິງອາຍຸ 18 ເດືອນ ແລະ ເດັກນ້ອຍຜູ້ຊາຍອາຍຸ 4 ຄົນ ທີ່ຢູ່ໃນລົດຂະນະຖືກກະແສນ້ຳພັດລົດຕົກລົງໄປຈາກຂົວ ແລະ ຢູ່ເມືອງສປຣິງເດວ ເດັກນ້ອຍຜູ້ຍິງອາຍຸ 10 ປີ ຈົມນ້ຳຕາຍ ແລະ ຜູ້ຍິງອາຍຸ 65 ປີ ຢູ່ເມືອງເດວິດຖືກຕົ້ນໄມ້ລົ້ມທັບເຮືອນເສຍຊີວິດ.