ຈຸດສຸ່ມບຸນຖິ່ນ ເມືອງຄຳ ເຝິກອົບຮົມເຕັກນິກປູກຝັງ-ລ້ຽງສັດ
ທະນາຄານນະໂຍບາຍ ສາຂາ ຊຽງຂວາງ (ທນບ- ຊຂ) ຮ່ວມກັບຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ຄຳ ແຂວງຊຽງຂວາງ ໄດ້ ຈັດຕັ້ງການເຝິກອົບຮົມເຕັກ ນີກການປູກຝັງ-ລ້ຽງສັດ ພ້ອມທັງຂຶ້ນທະບຽນສັດ ລ້ຽງ ແລະ ສັກຢາປ້ອງກັນ ພະຍາດສັດລ້ຽງໃຫ້ປະ ຊາຊົນ 10 ບ້ານ ຢູ່ຈຸດສຸມບຸນ ຖິ່ນ ເມືອງຄຳ ແຂວງຊຽງ ຂວາງລະຫວ່າງວັນທີ 11- 15 ມິຖຸນາ ຜ່ານມາ ເຊິ່ງໄດ້ ຈັດອອກເປັນ 2 ຈຸດ ໂດຍ ການນໍາທິມຂອງທ່ານ ບຸນ ສະຫລອງ ໂພທິລາດ ຮອງ ຫົວໜ້າ ທນບ-ຊຂ ພ້ອມດ້ວຍ ວິຊາການຂອງ 2 ພາກສ່ວນ.
ໂດຍ ຈຸດທີ່ໜຶ່ງ ຈັດຢູ່ສະ ໂມສອນບ້ານພຽງດ້າງມີ 6 ບ້ານຄື: ບ້ານ ແທ່ນໂທ້, ແທ່ນ ຈອງ, ພຽງໂຄ້ງ, ກາງຄຳ, ພຽງດ້າງ ແລະ ສົບທ້າງ; ສໍາລັບ ຈຸດທີ່ສອງ ຈັດຢູ່ສະ ໂມສອນບ້ານພຽງພ່າງ ມີ 4 ບ້ານ ມີ ສົບນາ, ສົບເປີນ, ພຽງພ່າງ ແລະ ສັນແກ້ວ.
+ ເຊກອງເຝິກອົບຮົມການປູກເຂົ້າໃຫ້ຊາວກະສິກອນ
+ ຫລວງນ້ຳທາ ເລັ່ງຊຸກຍູ້ການປູກຝັງ-ລ້ຽງສັດຂອງປະຊາຊົນ
ທ່ານຮອງຫົວໜ້າ ທນບ-ຊຂ ໃຫ້ຮູ້ວ່າ: ໂດຍ ອີງຕາມພາລະບົດບາດ ສິດ ແລະໜ້າທີ່ຂອງ ທນບ ໃນການສະໜອງສິນເຊື່ອ ເພື່ອແກ້ໄຂຄວາມທຸກຍາກ ແລະ ຊຸກຍູ້ສົ່ງເສີມການຜະ ລິດໃຫ້ກາຍເປັນສິນຄ້າດ້ວຍອັດຕາດອກເບ້ຍຕໍ່າ ເພື່ອໃຫ້ ປະຊາຊົນບັນດາເຜົ່າມີທຶນ ຮອນໄປເຮັດການຜະລິດພາຍໃນເມືອງທຸກຍາກ, ຈຸດສຸມລັດ ຖະບານ-ທ້ອງຖິ່ນ ແລະ ບ້ານ 3 ສ້າງໃນໄລຍະຜ່ານມາ ໂດຍສະເພາະຢູ່ຈຸດສຸມບຸນ ຖີ່ນແມ່ນໄດ້ເລີ່ມປ່ອຍແຕ່ປີ 2014 ເປັນຕົ້ນມາ ແລະ ມາ ຮອດປັດຈຸບັນ ທນບ ໄດ້ສະ ໜອງສິນເຊື່ອໃຫ້ 10 ບ້ານ ຂອງຈຸດສຸມບຸນຖິ່ນ ໄປແລ້ວ 7 ບ້ານ 40 ກຸ່ມ, 244 ຄອບຄົວ ເປັນວົງເງີນ 4.211 ລ້ານກີບ, (ບ້ານສົບທ້າງ 345 ລ້ານ ກີບ, ພຽງດ້າງ 724 ລ້ານ ກີບ, ກາງຄຳ 810 ລ້ານກີບ, ພຽງໂຄ້ງ 959 ລ້ານກີບ, ແທ່ນຈອງ 448 ລ້ານກີບ, ແທ່ນໂທ້ 440 ລ້ານກີບ ແລະ ພຽງພ່າງ 485 ລ້ານກີບ) ແລະ ເມືອງຄຳເປັນເມືອງ ທຳອິດຂອງ ສາຂາຄາດວ່າ ຈະກຳນົດເອົາເປັນແບບຢ່າງ ໃຫ້ບັນດາເມືອງທີ່ ທນບ ໄດ້ ປ່ອຍສິນເຊື່ອອອກໄປອີກ ໃນທົ່ວແຂວງຊຽງຂວາງ.
ຜ່ານການເຄື່ອນໄຫວ ຕົວຈິງຂອງການຫັນລົງຮາກ ຖານປະຊາຊົນ ໃນຄັ້ງນີ້ ແມ່ນ ໄດ້ຮັບຄວາມຮ່ວມມືເປັນ ຢ່າງດີຈາກ ປະຊາຊົນ, ບັນ ດາເລຂາພັກບ້ານ-ນາຍບ້ານ ໂດຍສະເພາະຫົວໜ້າກຸ່ມ/ ຮອງກຸ່ມ ແລະ ສະມາຊິກ ໄດ້ເອົາ ໃຈໃສ່ຢ່າງຈິງຈັງ ເຂົ້າຮັບການເຝິກອົບຮົມ ເຕັກນິກການປູກຝັງ-ລ້ຽງສັດການບົວລະບັດຮັກສາ- ປ້ອງກັນພະຍາດສັດ ແລະ ພາຍຫຼັງການເຝິກອົບຮົມ ນີ້ແລ້ວ, ທາງຄະນະວິຊາ ການໄດ້ໃຫ້ປະຊາຊົນນໍາ ເອົາສັດມາສັກຢາ ແລະ ໜີບກິບຂຶ້ນທະບຽນແຕ່ ລະບ້ານ./.