ພາກລັດເປີດຂະບວນການເສຍຄ່າທຳນຽມທາງ 2018


ເມື່ອບໍ່ດົນມານີ້, ຢູ່ກະຊວງ ປ້ອງກັນປະເທດ ທ່ານ ພົນຈັດຕະວາ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ທ່ານ ສຸລິຍາ ອາລຸນສະຫວາດ ຮອງຫົວໜ້າພະແນກສ່ວຍສາອາກອນ ນະ ຄອນຫຼວງວຽງຈັນ ໄດ້ຮ່ວມກັນເປີດກິດຈະກຳເສຍຄ່າທໍານຽມທາງປີ 2018 ຂຶ້ນ ຢູ່ກະຊວງດັ່ງກ່າວ, ເພື່ອເປັນແບບຢ່າງໃຫ້ສັງຄົມຮ່ວມກັນມາເສຍຄ່າທຳນຽມທາງເພື່ອເກັບລາຍຮັບເຂົ້າງົບປະມານແຫ່ງລັດ.
ທ່ານ ສຸລິຍາ ອາລຸນສະຫວາດ ກ່າວວ່າ: ນັບແຕ່ມີການຮ່ວມກັບທະນາ ຄານການຄ້າຕ່າງປະເທດລາວມະຫາຊົນ, ຈັດຂະບວນການເສຍຄ່າທາງແຕ່ວັນທີ 1 ຕຸລາ 2017 ເປັນຕົ້ນມາ, ສາມາດເກັບລາຍຮັບໄດ້ 58 ຕື້ກີບ ສະເພາະປີ 2018 ນັບແຕ່ເດືອນມັງກອນມາເຖິງປັດຈຸບັນ ສາມາດເກັບລາຍຮັບໄດ້ 45 ຕື້ກີບ, ເຊິ່ງໄດ້ເລີ່ມຄັ້ງທຳອິດຢູ່ພະແນກການເງິນ ນະຄອນຫຼວງວຽງຈັນ ຕໍ່ມາຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ຢູ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສ່ວນຄັ້ງທີ 4 ຈັດຢູ່ກະຊວງການເງິນ ແລະ 4 ເມືອງໃນ ຄັ້ງຫຼ້າສຸດແມ່ນຢູ່ກະຊວງປ້ອງກັນປະເທດ ແລະ ຄັ້ງຕໍ່ໄປຈະຈັດຢູ່ກະຊວງປ້ອງກັນຄວາມສະຫງົບ. ສ່ວນອັດຕາຄ່າເສຍທຳນຽມທາງແມ່ນປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ເລກທີ 001 ຊີຊີລະ 1.000 ກີບ ເຊິ່ງຖ້າຫາກທ່ານໃດບໍ່ທັນໄດ້ເສຍຄ່າທາງປີ 2017 ກໍ່ຈະຕ້ອງໄດ້ເສຍກ່ອນ ພ້ອມທັງການປັບໃໝຕາມລະບຽບ 40% ຂອງມູນຄ່າເສຍຄ່າທຳນຽມທາງ ສ່ວນປີ 2018 ເລີ່ມປັບໃໝນັບແຕ່ວັນທີ 1 ກໍລະກົດ 2018 ເປັນຕົ້ນໄປ ໂດຍຄິດໄລ່ 0,1% ຕໍ່ວັນ ເຊິ່ງການເສຍຄ່າທາງນັ້ນສາມາດເສຍຜ່ານການບໍລິການຂອງທະນາຄານ ແລະ ປ່ອງບໍລິການທຸກສາຂາຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ.