ງານມະຫະກຳນັດພົບແຮງງານຄັ້ງທີ 3 ມີຜູ້ເຂົ້າຮ່ວມເປັນຈຳນວນຫລາຍ
ວັນທີ 28-30 ເມສານີ້, ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ ຮ່ວມກັບ ບໍລິສັດ ໄອຈ໋ອບ ຈຳກັດ ໄດ້ຈັດງານມະຫະກຳນັດພົບແຮງງານຄັ້ງທີ 3 ປະຈຳປີ 2017 ຂຶ້ນທີ່ນະຄອນຫລວງວຽງຈັນ,ໂດຍການເຂົ້າຮ່ວມ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີຜູ້ຕາງ ໜ້າຈາກບັນດາບໍລິສັດ, ຫ້າງຮ້ານ, ອົງການຕ່າງໆ ແລະ ນັກສຶກສາຈາກສະຖາບັນຕ່າງໆ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ທ່ານນາງ ລຳພອຍ ສີອັກ ຄະຈັນ ຫົວໜ້າພະແນກແຮງ ງານ ແລະ ສະຫວັດດີການສັງ ຄົມ ນະຄອນຫລວງ ວຽງຈັນ ກ່າວວ່າ: ເພື່ອເປີດກ້ວາງດ້ານ ຂໍ້ມູນຂ່າວສານຕະຫລາດແຮງ ງານ, ເຮັດໃຫ້ກຳລັງແຮງງານໄດ້ເຂົ້າ ເຖິງການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳ, ທັງເປັນການສ້າງໂອກາດ ໃຫ້ກຳລັງແຮງງານທີ່ຕ້ອງການ ວຽກເຮັດງານທຳ ແລະ ຫົວໜ່ວຍແຮງງານ ໄດ້ພົບປະຫາລືກັນ ກ່ຽວກັບການຮັບສະ ໝັກງານ ແລະ ການພັດ ທະນາສີມືແຮງງານທີ່ສອດຄ່ອງກັບຄວາມຕ້ອງການຂອງຕະ ຫລາດແຮງງານ, ພ້ອມນີ້ຍັງເປັນການແລກ ປ່ຽນບົດຮຽນລະຫວ່າງຜູ້ໃຊ້ແຮງງານ (ນາຍ ຈ້າງ), ຜູ້ອອກແຮງງານ (ລູກ ຈ້າງ), ສະຖາບັນການສຶກສາ (ຜູ້ສ້າງ ຄົນ), ສູນຝຶກອົບຮົມ (ຜູ້ພັດທະນາຄົນ) ແລະ ຜູ້ບໍລິ ຫານບຸກຄະລາກອນໃຫ້ມີປະສົບການ ແລະ ບົດຮຽນທີ່ດີ ເພື່ອນຳໄປໃຊ້ໃນການເຮັດວຽກ ງານທຳຂອງຕົນໃນອະນາຄົດ.
ພາຍໃນງານດັ່ງກ່າວມີຜູ້ ເຂົ້າຮ່ວມເປັນຈຳນວນຫລາຍ, ໂດຍສະເພາະຜູ້ປະກອບການ ເຂົ້າຮ່ວມຫລາຍກວ່າ 100 ຫົວໜ່ວຍ ແລະ ມີນັກສຶກສາ, ຜູ້ ອອກແຮງງານ ເຂົ້າຮ່ວມຫລາຍກວ່າ 1.500 ຄົນ, ໄດ້ຮັບຄວາມສົນໃຈຈາກ ມວນຊົນຢ່າງ ຫລວງຫລາຍເປັນຕົ້ນຜູ້ປະກອບກອນກໍມີນັກສຶກສາ ແລະ ຜູ້ອອກແຮງງານເຂົ້າມາລົງທະບຽນ ເພື່ອສະໝັກວຽກຫລາຍຮ້ອຍຄົນ, ສ່ວນໃຫຍ່ແລ້ວແມ່ນນັກສຶກສາທີ່ພວມສຶກສາຢູ່ໃນປີສຸດທ້າຍ.