ປະສານໃຈ ຄອງແຊ້ມບານເຕະ ລີກ ຈີເອັສ ແບັດເຕີຣີ 2018


ທ້າຍອາທິດຜ່ານມາ ທີ່ສະໜາມກິລາບານເຕະ ປະສານໃຈ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ມີການແຂ່ງຂັນບານເຕະລີກ ຈີເອັສ ແບັດເຕີຣີ ປີ 2018 ຮຸ່ນອາວຸໂສ 2 ລາຍການຄື: ຮຸ່ນອາຍຸ 40 ປີຂຶ້ນໄປ ແລະ ຮຸ່ນ 50 ປີຂຶ້ນໄປ. ຂະນະທີ່ປະສານໃຈສາມາດຍາດໄດ້ແຊ້ມທັງ 2 ຮຸ່ນ.
ການແຂ່ງຂັນຄັ້ງນີ້ມີທັງໝົດ 4 ຄູ່ ສະເພາະຮຸ່ນອາຍຸ 40 ປີ ເຊິ່ງຜ່ານການແຂ່ງຂັນຜົນປາກົດວ່າ: ທີມປະສານໃຈ ສາມາດເອົາຊະນະ ທີມເພື່ອນເຮົາ 8-3 ປະຕູ ແລະ ໄດ້ແຊ້ມລາຍການນີ້ໄປຄອງຢ່າງສົມສັກສີ ພ້ອມເງິນສົດ 4 ລ້ານກີບ ໃນຮຸ່ນອາຍຸ 40 ປີ. ສ່ວນທີມເພື່ອນເຮົາ ໄດ້ພຽງອັນດັບທີ 2 ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ອັນດັບທີ 3 ທີມບໍລິສັດ ເອວທີ ກຣຸບ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ ແລະ ອັນດັບທີ 4 ທີມໄຊເຊດຖາ ໄດ້ຮັບລາງວັນຊົມເຊີຍເງິນ 1 ລ້ານກີບ.
ສ່ວນຮຸ່ນອາວຸໂສ ຮຸ່ນ 50 ປີ ແຊ້ມຕົກເປັນຂອງບໍລິສັດ ແກ້ວພູຟ້າ ໄດ້ຮັບຂັນແຊ້ມ ແລະ ເງິນສົດ 4 ລ້ານກີບ, ອັນດັບທີ 2 ທີມວີໄອພີ ໄຊເຊດຖາ ໄດ້ຮັບຂັນ ແລະ ເງິນສົດ 3 ລ້ານກີບ, ອັນດັບທີ 3 ສະໂມສອນປະສານໃຈ ໄດ້ຮັບຂັນ ແລະ ເງິນສົດ 2 ລ້ານກີບ ແລະ ອັນດັບທີ 4 ທີມເອັສພີ ການໄຟຟ້າ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ.