ສິ່ງທີ່ຕ້ອງເອົາໃຈໃສ່ກ່ຽວກັບເລື່ອງເບຣກແຕກ – ຢາງລະເບີດ
ລະບົບເບຣກ ແລະ ຢາງລົດ ເປັນອຸປະກອນສຳຄັນປະຈຳລົດທີ່ສົ່ງຜົນຕໍ່ຄວາມປອດໄພໃນການເດີນທາງ ເພື່ອຄວາມປອດໄພມື້ນີ້ພວກເຮົາມີຄຳແນະນຳກ່ຽວກັບວິທີປ້ອງກັນ ແລະ ຂໍ້ຄວນປະຕິບັດແກ່ຜູ້ຂັບຂີ່ກໍລະນີເບຣກແຕກ ຫລື ຢາງລະເບີດມາແນະນຳທ່ານດັ່ງນີ້ :
- ລະບົບເບຣກ :
– ການດູແລລະບົບເບຣກ : ປ່ຽນຖ່າຍນຳ້ມັນເບຣກຢ່າງໜ້ອຍປີລະເທື່ອ, ຫລີກເວັ້ນການຢຽບເບຣກຢ່າງຮຸນແຮງ ເພາະຈະເຮັດໃຫ້ຜ້າເບຣກເສື່ອມປະສິດທິພາບໄວຂຶ້ນ ກໍລະນີຢຽບເບຣກແລ້ວ ເບຣກຈົມ ຫລື ຕໍ່າກ່ວາປົກກະຕິ, ມີສຽງດັງຂະນະເບຣກ, ນຳ້ມັນເບຣກຫລຸດຕໍ່າກ່ວາລະດັບທີ່ກຳນົດ ໃຫ້ເອົາລົດເຂົ້າສູນບໍລິການເພື່ອໃຫ້ຊ່າງດຳເນີນການກວດ ແລະ ປ່ຽນຜ້າເບຣກໃໝ່ທັນທີ.
– ກໍລະນີເບຣກແຕກ : ຢຽບຍຳ້ເບຣກຊຳ້ແບບຖີ່ໆຢ່າງແຮງໆເພື່ອໃຫ້ຜ້າເບຣກມີກຳລັງດີຂຶ້ນ ຫາກບໍ່ສາມາດຄວບຄຸມໄດ້ໃຫ້ໃຊ້ເບຣກມືຊ່ວຍ ໂດຍກົດປຸ່ມລັອກໄວ້ ພ້ອມດຶງເບຣກມືຂຶ້ນ – ລົງເປັນໄລຍະ ເພື່ອປ້ອງກັນເບຣກມືເສື່ອມສະພາບ. ກໍລະນີເບຣກມືໃຊ້ງານບໍ່ໄດ້ ໃຫ້ຫລຸດລະດັບເກຍລົງຕາມລຳດັບ ຈະຊ່ວຍຫລຸດຄວາມໄວຂອງລົດ ແລະ ຟ້າວເອົາລົດເຂົ້າຈອດແຄມທາງ.
- ຢາງລົດ :
– ການດູແລຢາງລົດ ຫລີກເວັ້ນພຶດຕິກຳທີ່ເຮັດໃຫ້ຢາງລົດເສື່ອມສະພາບໄວຂຶ້ນ ເຊັ່ນ : ອອກລົດຢ່າງຮຸນແຮງ, ເບຣກກະທັນຫັນ, ຢາງບຽດຂອບທາງ ແລະ ບັນທຸກສິ່ງຂອງທີ່ມີນຳ້ໜັກເກີນກຳນົດ ເປັນຕົ້ນ ລວມທັງໝັ່ນກວດສອບສະພາບຢາງລົດ ຫາກສັງເກດພົບຮອຍບວມ, ຮອຍຈີກ ຫລື ຮອຍແຕກລ້າວຂອງໜ້າຢາງ ໃຫ້ປ່ຽນຢາງເສັ້ນໃໝ່ທັນທີ.
– ກໍລະນີຢາງລະເບີດ : ໃຫ້ຈັບພວງມະໄລແໜ້ນໆ ຄ່ອຍໆຖອນຄັນເລັ່ງ, ຢຽບຍຳ້ເບຣກແບບຄ່ອຍໆຢ່າງຖີ່ໆ ຫລື ຫລຸດ ລະດັບເກຍເພື່ອຫລຸດຜ່ອນຄວາມໄວ. ກໍລະນີລົດເຈືອກໃຫ້ດຶງພວງມະໄລກັບມາໃນທິດທາງກົງກັນຂ້າມກັບຢາງທີ່ລະເບີດ, ຫ້າມ ຢຽບເບຣກ ຫລື ດຶງເບຣກມືກະທັນຫັນ ເພາະຈະເຮັດໃຫ້ລົດເສຍຫລັກ ແລະ ປິ້ນໄດ້ ລວມເຖິງຫ້າມຢຽບຄາດເດັດຂາດ ເພື່ອປ້ອງກັນລົດລອຍ ແລະ ບັງຄັບຍາກ.