ເປີດນໍາໃຊ້ສາຍສົ່ງ ແລະ ສະຖານີ 230 ກິໂລໂວນຫີນເຫີບ-ນໍ້າງື່ມ1-ນາບົງ.
ພິທີເປີດນໍາໃຊ້ສາຍສົ່ງ ແລະ ສະຖານີ 230 ກິໂລໂວນ ຫີນເຫີບ-ນໍ້າງື່ມ1-ນາບົງ ເມືອງແກ້ວອຸດົມແຂວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດນີ້, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ.
ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງສາຍສົ່ງ 230 ກິໂລໂວນ ຫີນເຫີບ-ນໍ້າງື່ມ1-ນາບົງ ເປັນໂຄງການບູລິມະສິດຂອງລັດຖະບານ ກໍຄືລັດວິສາຫະກິດໄຟຟ້າລາວ ເພື່ອຮອງຮັບພະລັງງານຈາກບັນດາເຂື່ອນພາກເໜືອ ແລະ ພາກກາງ, ໂດຍສະເພາະເຂື່ອນໄຟຟ້ານໍ້າງື່ມ1 ແລະ ເຂື່ອນໄຟຟ້ານໍ້າງື່ມ1 ພາກຂະຫຍາຍ ເພື່ອຕອບສະໜອງໃຫ້ແກ່ການຊົມໃຊ້ໄຟຟ້າຢູ່ພາຍໃນແຂວງວຽງຈັນ ແລະ ນະ
ຄອນຫລວງວຽງຈັນ, ພ້ອມທັງເຊື່ອມໂຍງກັບລະບົບສາຍສົ່ງໄຟຟ້າພາກໃຕ້ ແລະ ເຊື່ອມໂຍງກັບລະບົບສາຍສົ່ງຂອງປະເທດໃກ້ຄຽງທີ່ຈຸດສະຖານີນາບົງ ແລະ ສະຖານີດົງໂພສີ.
ໂຄງການດັ່ງກ່າວລວມມູນຄ່າການກໍ່ສ້າງທັງໝົດ 191 ລ້ານໂດລາສະຫະລັດໂດຍແມ່ນທຶນກູ້ຢືມຈາກທະນາຄານສົ່ງອອກ-ນໍາເຂົ້າ ສປ ຈີນ, ພ້ອມນີ້ໂຄງການຍັງໄດ້ຈ່າຍຊົດເຊີຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການກວມເອົາສອງແຂວງ, ມີ 41 ບ້ານ, 338 ຄອບຄົວ ລວມມູນຄ່າຊົດເຊີຍທັງໝົດ 2 ຕື້ກວ່າກີບ.