ປະໂຫຍດຂອງການອອກກໍາລັງກາຍຂອງຄົນຖືພາ
July 6, 2018 - 1:40 PM
ການອອກກໍາລັງກາຍ (ທ່າທີ່ເໝາະສົມ) ຈະຊ່ວຍໃຫ້ແມ່ຮູ້ສຶກປອດໂປ່ງ, ສົດຊື່ນສະບາຍໂຕ ເພາະການອອກກໍາລັງກາຍຈະຊ່ວຍໃຫ້ລະບົບການໄຫຼວຽກຂອງເລືອດດີຂຶ້ນ ຊ່ວຍຫຼຸດອາການເຈັບຫຼັງ ແລະ ຫຼຸດອາການແຄ່ງຂາປັ່ນໄດ້.
- ຊ່ວຍໃຫ້ແມ່ນອນຫຼັບສະບາຍ ແລະ ຜ່ອນຄາຍຄວາມຕຶງຄຽດຈາການເຮັດວຽກ ລວມເຖິງຄວາມວິຕົກກັງວົນກ່ຽວກັບການຖືພາ ແລະ ການເກີດ.
- ແມ່ຈະມີເຫື່ອແຮງ ແລະ ພະລັງໃນການໃຊ້ຊີວິດໃນແຕ່ລະມື້ເພີ່ມຂຶ້ນ ເພາະການອອກກໍາລັງກາຍຈະຊ່ວຍເຮັດໃຫ້ຮ່າງກາຍແຂງແຮງພໍທີ່ຈະຮັບນໍ້າໜັກທີ່ເພີ່ມຂຶ້ນໃນໄລຍະຖືພາ ເຮັດໃຫ້ລະບົບໄຫຼວຽນຂອງເລືອດດີ ລວມທັງເຮັດໃຫ້ກ້າມຊີ້ນບໍລິເວນກະໂພກແຂງແຮງຍິ່ງຂຶ້ນ ຊ່ວຍເພີ່ມພະລັງ ແລະ ຄວາມອົດທົນເມື່ອຕ້ອງເຈັບທ້ອງເປັນເວລາດົນ ແລະ ຕອນເບັ່ງເກີດ.
- ການອອກກໍາລັງກາຍຢ່າງສະໝໍ່າສະເໝີ ຈະຊ່ວຍໃຫ້ລະບົບການຍ່ອຍອາຫານທໍາງານໄດ້ດີຂຶ້ນ ການຂັບຖ່າຍເປັນປົກກະຕິ ບໍ່ຖອກທ້ອງ ຫຼືມີອາການຖ່າຍຍາກໜ້ອຍລົງ.
- ການອອກກໍາລັງກາຍ ຊ່ວຍໃຫ້ຮ່າງກາຍເຜົາຜານອາຫານສ່ວນເກີນ, ໄຂມັນຈຶ່ງບໍ່ສະສົມຕາມສ່ວນຕ່າງໆຂອງຮ່າງກາຍຫຼາຍ ຈຶ່ງຊ່ວຍຄວບຄຸມນໍ້າໜັກຂອງແມ່ບໍ່ໃຫ້ເພີ່ມຫຼາຍຂຶ້ນຈົນເກີນໄປ ແລະ ເຮັດໃຫ້ແມ່ສາມາດກິນອາຫານໄດ້ຫຼາຍຂຶ້ນໂດຍບໍ່ຕຸ້ຍ ແຕ່ໄດ້ປະໂຫຍດກັບລູກນ້ອຍ.
- ແມ່ທີ່ອອກກໍາລັງກາຍຢ່າງສະໝໍ່າສະເໝີໃນລະຫວ່າງຖືພາ ຈະສົ່ງຜົນດີຕໍ່ລູກນ້ອຍຫຼາຍທີ່ສຸດ ເພາະໃນຂະນະອອກກໍາລັງກາຍ ລະບົບການໄຫຼວຽນຂອງເລືອດຈະດີຂຶ້ນ ການຖ່າຍເທອອກຊີເຈນໄປສູ່ລູກຈຶ່ງດີຂຶ້ນ ເຮັດໃຫ້ລູກໃນທ້ອງຈະເລີນເຕີບໂຕຍໄດ້ຢ່າງເຕັມທີ່ ແລະ ແຂງແຮງ
- ແມ່ສາມາດປັບໂຕໄດ້ດີຍິ່ງຂຶ້ນຕໍ່ການປ່ຽນແປງຂອງຮ່າງກາຍໃນລະຫວ່າງການຖືພາ
- ແມ່ຈະມີຄວາມພ້ອມໃນການເກີດຫຼາຍຂຶ້ນ ຖ້າມີການບໍລິການຮ່າງກາຍຕະຫຼອດເວລາການຖືພາ
- ແມ່ທີ່ອອກກໍາລັງກາຍຕະຫຼອດໃນໄລຍະຖືພາມັກຈະເກີດລູກງ່າຍ ເພາະຈາກການສກສາພົບວ່າ ແມ່ທີ່ເປັນນັກກິລາຈະເກີດລູກໄດ້ງ່າຍ ແລະ ສະດວກກວ່າແມ່ທົ່ວໄປທີ່ບໍ່ໄດ້ອອກກໍາລັງກາຍ
- ຫຼັງເກີດລູກ ຮ່າງກາຍແມ່ຈະຟື້ນໂຕກັບສູ່ສະພາບປົກກະຕິໄດ້ໄວ ຍິ່ງຖ້າແມ່ສາມາດບໍລິຫານຮ່າງກາຍຫຼັງເກີດດ້ວຍແລ້ວ ຮູບຮ່າງກໍຈະກັບຄືນສູ່ສະພາບເດີມໄດ້ໄວຍິ່ງຂຶ້ນ