ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ

ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ - 020507 2018 - ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ
ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ - kitchen vibe - ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ

ຖົ່ວຂຽວເປັນພືດຕະກູນຖົ່ວມັກເອົາໄປປະກອບອາຫານ ຫລື ເຂົ້າໜົມ ເຊິ່ງຖົ່ວຂຽວມີປະໂຫຍດຕໍ່ສຸຂະພາບຢ່າງຫລາກຫລາຍດັ່ງນີ້ :

  1. ມີໂປຕັສຊຽມຊ່ວຍເສີມສ້າງກ້າມຊີ້ນໃນຮ່າງກາຍ.
  2. ສານຕ້ານເອັນໄຊໂປຣຕີເດສ ມີລິດໃນການຕໍ່ຕ້ານພະຍາດມະເຮັງ.
  3. ຊ່ວຍບຳລຸງກຳລັງ, ບຳລຸງຮ່າງກາຍ, ເສີມສ້າງພູມຕ້ານທານຊ່ວຍປ້ອງກັນ ແລະ ປິ່ນປົວໄຂ້ຫວັດ.
  4. ມີແມັກນີຊຽມຊ່ວຍໃນການເຮັດວຽກຂອງລະບົບເຜົາຜານໃນຮ່າງກາຍ.
  5. ຊ່ວຍຫລຸດຄວາມດັນເລືອດ
  6. ຊ່ວຍໃຫ້ຈະເລີນອາຫານ – ກິນເຂົ້າແຊບ.
  7. ຊ່ວຍຫລຸດລະດັບໄຂມັນ ແລະ ຄໍເລສເຕີໂຣນ ຊ່ວຍຄວບຄຸມລະດັບໄຂມັນໃນເລືອດ ແລະ ຄວບຄຸມນຳ້ໜັກ.
  8. ຊ່ວຍຫລຸດຄວາມສ່ຽງຂອງການເປັນພະຍາດຫົວໃຈ.
  9. ຖົ່ວຂຽວມີລິດເຢັນ ອອກລິດຕາມເສັ້ນລົມປານຂອງຫົວໃຈ ແລະ ມ້າມ.
  10. ຖົ່ວຂຽວອຸດົມໄປດ້ວຍທາດເຫລັກ ເຊິ່ງຈຳເປັນສຳລັບການສ້າງເມັດເລືອດແດງໃນຮ່າງກາຍ.
  11. ຊ່ວຍຫລຸດລະດັບນຳ້ຕານໃນເລືອດ ແລະ ເບົາຫວານໄດ້.
  12. ທາດການຊຽມ ແລະ ຟົສຟໍ ທີ່ຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງ.
  13. ຊ່ວຍແກ້ອາການກະຫາຍນຳ້.
  14. ມີທາດໂບຣອນ ຊ່ວຍໃຫ້ສະໝອງເຮັດວຽກໄດ້ໄວຂຶ້ນ.
  15. ຊ່ວຍບຳລຸງສາຍຕາ.
  16. ມີວິຕາມິນເບ 2 ເຊິ່ງຊ່ວຍປ້ອງກັນພະຍາດປາກນົກກະຈອກ ຫລື ຮີມສົບເປື່ອຍ.
  17. ມີເສັ້ນໄຍອາຫານສູງ ຈຶ່ງຊ່ວຍໃນເລື່ອງການຂັບຖ່າຍ.
ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ - 4 - ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ
ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ - Visit Laos Visit SALANA BOUTIQUE HOTEL - ສຸຂະພາບແຂງແຮງຂຶ້ນໄດ້ດ້ວຍການກິນຖົ່ວຂຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!