5 ວິທີລ້ຽງລູກໃຫ້ສະຫຼາດ ແລະ ຫົວໄວ
July 6, 2018 - 2:37 PM
ບໍ່ວ່າໃຜກໍຢາກມີລູກສະຫຼາດ, ຫົວໄວ, ຮຽນເກັ່ງ ໃຫຍ່ຂຶ້ນມາເປັນຄົນເປັນຄົນດີ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານ ແລະ ເລື່ອງທັງໝົດກໍຂຶ້ນຢູ່ກັບການລ້ຽງດູເປັນສໍາຄັນ.
5 ວິທີລ້ຽງລູກໃຫ້ສະຫຼາດ ມີດັ່ງນີ້:
- ຮຽນໃຫ້ລູກເຮັດວຽກເຮືອນຊ່ວຍ: ຈະຊ່ວຍໃຫ້ລູກມີຄວາມຮັບຜິດຊອບ, ຮູ້ຈັກໜ້າທີ່ຂອງຕົນເອງຕັ້ງແຕ່ຍັງນ້ອຍ ເມື່ອໃຫຍ່ມາຈະສາມາດເຮັດວຽກຮ່ວມກັບຄົນອື່ນຢ່າງບໍ່ມີບັນຫາ.
- ຕາມໃຈໄດ້ ແຕ່ຕ້ອງມີເຫດຜົນ: ພໍ່ແມ່ຫຼາຍໆຄົນ ເມື່ອລູກຢາກໄດ້ຫຍັງ ຫຼືຮູ້ວ່າລູກຕ້ອງການຫຍັງ ກໍມັກຈະຊື້ມາໃຫ້ສະເໝີແບບບໍ່ຕ້ອງມີເຫດຜົນ ບໍ່ວ່າສິ່ງທີ່ຊື້ໃຫ້ນັ້ນຈະມີລາຄາແພງເກີນຈໍາເປັນ ຫຼືບໍ່ກໍຕາມ ພຽງແຕ່ລູກຢາກໄດ້ກໍຈຊື້ມາໃຫ້. ແຕ່ການຕາມໃຈລູກຫຼາຍເກີນໄປອາດສົ່ງຜົນເສຍຕໍ່ລູກໄດ້ໃນອະນາຄົດ, ເຮັກໃຫ້ລູກບໍ່ຮູ້ຈັກຄວາມຢັບຢັ້ງຊັ່ງໃຈ, ບໍ່ຮູ້ຈັກອົດທົນ ແລະ ບໍ່ຮູ້ຈັກຄໍາວ່າພຽງພໍ ແຕ່ກໍບໍ່ໄດ້ໝາຍຄວາວ່າຈະຫ້າມບໍ່ໃຫ້ຊື້ຫຍັງໃຫ້ເລີຍ ພຽງແຕ່ຊື້ໃຫ້ແລ້ວແຕ່ລູກຕ້ອງມີຂໍ້ແລກປ່ຽນ ຕົວຢ່າງ ໃຫ້ເບິ່ງບົດຮຽນ ຫຼືແກ້ບົດຮຽນທີ່ ຄູ-ອາຈານໃຫ້ມາໃຫ້ແລ້ວກ່ອນ ຫຼືອື່ນໆ.
- ໃຫ້ລູກຮຽນເພີ່ມໄດ້ ແຕ່ຕ້ອງໃສ່ໃຈລູກດ້ວຍ ເຊັ່ນ: ຕິດຕາມຜົນການຮຽນຂອງລູກ ວ່າລູກຮຽນໄດ້ຫຍັງແດ່ ແລະ ເມື່ອລູກກັບມາຮອດເຮືອນ ພໍ່ແມ່ຄວນຖາມວ່າໄດ້ຮຽນຫຍັງແດ່ ແລະ ຖາມເຮັດສິ່ງໃດແດ່ໃນມື້ນີ້ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ທີ່ມີໃຫ້ກັບລູກ.
- ຮຽນໃຫ້ລູກຈ່າຍເງິນ: ການຮູ້ຈັກທ້ອນເງິນເປັນສິ່ງທີ່ດີ ແຕ່ພໍ່ແມ່ຄວນຮຽນໃຫ້ລູກຮູ້ຈັກຈ່າຍເງິນແດ່ ເຊັ່ນຄ່າເຂົ້າໝົມເລັກໆນ້ອຍໆ ຫຼືຮຽນໃຫ້ລູກທ້ອນເງິນຊື້ສິ່ງທີ່ຢາກໄດ້ ໂດຍການອະທິບາຍດ້ວຍເຫດຜົນ.
- ໃຊ້ເວລາຢູ່ຮ່ວມກັນເປັນຄອບຄົວ: ຄວນຈັດເວລາສໍາລັບຄອບຄົວເພື່ອລົມກັນ ຫຼືເຮັດຫຍັງຮ່ວມກັນ ເດັກນ້ອຍບາງຄົນເມື່ອເລີ່ມໃຫຍ່ຂຶ້ນກໍມັກຈະມີໂລກສ່ວນຕົວ ຢູ່ແຕ່ໃນຫ້ອງ ບໍ່ອອກມາລົມນໍາຄົນໃນຄອບຄົວ ການຈັດເວລາຢູ່ຮ່ວມກັນຈະຊ່ວຍກະຊັບຄວາມສໍາພັນຂອງທຸກຄົນໃນຄອບຄົວ ຫາກິດຈະກໍາເຮັດຮ່ວມກັນໃຫ້ຫຼາຍໆ.