ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ

ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ - 040507 2018 - ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ
ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ - kitchen vibe - ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ

ຈາກຜົນການວິໄຈພົບວ່າ ຖ້າດື່ມເຫລົ້າແວັງແດງໃນຕອນແລງຈະຊ່ວຍໄລ່ສານພິດທີ່ຢູ່ໃນຮ່າງກາຍໄດ້ ໂດຍຈາກຜົນວິໄຈ ສະແດງໃຫ້ເຫັນວ່າຜູ້ທີ່ສູບຢາ ແລະ ກິນຊີ້ນສັດປີ້ງ ເຮັດໃຫ້ໄດ້ຮັບສານກໍ່ພະຍາດມະເຮັງສະສົມໃນຮ່າງກາຍ ຫລັງຈາກດື່ມເຫລົ້າ ແວັງແດງແລ້ວ ສານພິດໃນຮ່າງກາຍຫລຸດລົງ ໂດຍສະເພາະເຫລົ້າແວັງໝາກລະແຊັງ 100% ແລະ ຜູ້ຊ່ຽວຊານໄດ້ແນະນຳວ່າຖ້າໄດ້ກິນຊີ້ນສັດປີ້ງ ຫລື ອາຫານປະເພດແປ້ງ ແລະ ນຳ້ຕານຫລາຍໃນມື້ນັ້ນ ຄວນດື່ມເຫລົ້າແວັງແດງກ່ອນນອນເພື່ອຊ່ວຍໄລ່ສານພິດອອກຈາກຮ່າງກາຍ.

ໝາກລະແຊັງມີລິດເຢັນຊ່ວຍຫລຸດການອັກເສບ ອຸດົມໄປດ້ວຍກູໂກສ ແລະ ວິຕາມິນອາ, ເບ, ເຊ, ເດ ແລະ ເອີ, ມີເສັ້ນໄຍອາຫານ, ທາດການຊຽມ, ຟົສຟໍ, ທາດເຫລັກ, ໄອໂອດີນ, ໂປຕັສຊຽມ, ແຄໂຣທີນ, ມີວິຕາມິນເບ1, ເບ 2 ແລະ ກົດມາລິກ ຊ່ວຍໄລ່ສານພິດ,  ຮັກສາຄວາມດຸ່ນດ່ຽງຂອງແຊນໃນຮ່າງກາຍ, ສົ່ງເສີມການໄຫລວຽນຂອງເລືອດ ແລະ ເພີ່ມທາດການຊຽມໃຫ້ກະດູກ.

ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ - Visit Laos Visit SALANA BOUTIQUE HOTEL - ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ

ຈາກຜົນການທົດລອງໃຫ້ຜູ້ສູບຢາດື່ມເຫລົ້າແວັງແດງ 200 ມິນລີລິດ ເປັນເວລາ 4 ມື້ ພົບວ່າ ຫລັງຈາກສູບຢາໄປແລ້ວ 6 ຊົ່ວໂມງ ແລ້ວດື່ມເຫລົ້າແວັງ ສານພິດກໍ່ມະເຮັງໃນຮ່າງກາຍຈະຖືກໄລ່ອອກມາທາງນຳ້ຍ່ຽວ, ແຕ່ຖ້າບໍ່ໄດ້ດື່ມ ໃນເວລາຍ່ຽວເກືອບຈະບໍ່ມີສານພິດອອກມາເລີຍ.

ນອກຈາກນີ້, ໝາກລະແຊັງຍັງມີລົດຊາດຫວານ ຖືວ່າເປັນໝາກໄມ້ທີ່ໃຫ້ພະລັງງານຕໍ່າ, ຜູ້ເຖົ້າທີ່ດື່ມເຫລົ້າແວັງແດງເປັນປະ ຈຳຈະເຮັດໃຫ້ເສັ້ນເລືອດອ່ອນໂຕ, ກະຕຸ້ນການໄຫລວຽນຂອງເລືອດໃນຮ່າງກາຍ, ຊ່ວຍໃຫ້ລະບົບຍ່ອຍອາຫານເຮັດວຽກດີຂຶ້ນ.

ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ - 4 - ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ
ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ - 5 - ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ
ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ - 3 - ໄລ່ສານພິດອອກຈາກຮ່າງກາຍດ້ວຍເຫລົ້າແວັງແດງ