8 ວິທີເບິ່ງແຍງສຸຂະພາບໃນລະດູຝົນ ເພາະອາກາດປ່ຽນແປງຕະຫຼອດ
July 8, 2018 - 1:40 PM

ເຮັດຕາມວິທີງ່າຍໆດັ່ງນີ້:
- ດື່ມນໍ້າຢ່າງໜ້ອຍມື້ລະ 1.5 ລິດ ເພື່ອເຕີມນໍ້າເຂົ້າສູ່ກະແສເລືອດ ໃຫ້ນໍ້າຊ່ວຍຮັກສາສົມດູນຂອງຮ່າງກາຍໃຫ້ຢູ່ໃນເກນທີ່ດີ ຈະໄດ້ຫຼຸດໂອກາດໃນການຕິດເຊື້ອພະຍາດຕ່າງໆທີ່ຈະເຂົ້າສູ່ຮ່າງກາຍ, ການດື່ມນໍ້າຢ່າງພຽງພໍນັ້ນ ຍັງຊ່ວຍໃຫ້ຮ່າງກາຍເກີດຄວາມສົມດູນ ບໍ່ເປັນຫວັດໄດ້ງ່າຍອີກດ້ວຍ.
- ນອນພັກຜ່ອນມື້ລະ 6-8 ຊົ່ວໂມງ ທັງນີ້ ກໍເພື່ອຊ່ວຍໃຫ້ຮ່າງກາຍໄດ້ຊ້ອມແຊ່ມສ່ວນໃດສ່ວນໜຶ່ງໃນຂະນະຫຼັບຢູ່ ແຕ່ຖ້ານອນຫຼັບຍາກໃຫ້ກິນໝາກກ້ວຍໃສ່ ເພາະໃນໝາກກ້ວຍຈະມີ ທຣິປໂຕເຟນ ເຮັດໃຫ້ນອນຫຼັບງ່າຍຂຶ້ນ.
- ເອົາຄັນຮົ່ມ ແລະ ເສື້ອກັນຝົກ ຕິດໂຕໄປໃສມາໃສນໍາສະເໝີ
- ເຮັດໂຕໃຫ້ແຫ້ງຢູ່ສະເໝີ ເພື່ອໃຫ້ຮ່າງກາຍມີພູມຕ້ານທານທີ່ດີ ບໍ່ເປັນພະຍາດຕ່າງໆ.
- ບໍ່ຄວນເຂົ້າໄປໃນພື້ນທີ່ນໍ້າຖ້ວມຂັງ ເພາະຈະເຮັດໃຫ້ເປັນໂຣກຜິວໜັງ ຫຼືໂຣກຍ່ຽວໜູໄດ້.
- ປ້ອງກັນບໍ່ໃຫ້ຍຸງກັດ ເພາະລະູດຝົນໄຂເລືອດອອກຈະລະບາດໄດ້ງ່າຍ ຈຶ່ງຄວາມປ້ອງກັນບໍ່ໃຫ້ຍຸງກັດ
- ກິນອາຫານທີ່ປຸງແຕ່ງສຸກ ແລະ ໃໝ່ ເພື່ອປ້ອງກັນພະຍາດກ່ຽວກັບລະບົບທາງເດີນອາຫານ ເຊັ່ນອາຫານເປັນພິດ ເປັນຕົ້ນ.
- ດື່ມນໍ້າຊາສະໝູນໄພອຸ່ນໆເປັນປະຈໍາ