ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ

ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ - MediaFile 577excersize morning noon 460x345 - ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ
ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ - kitchen vibe - ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ
  1. ການເລືອກກິນອາຫານ: ການເລືອກກິນອາຫານໃຫ້ເໝາະສົມ ຮ່າງກາຍຈະນໍາໄປພັດທະນາ ແລະ ຊ່ອມແຊມໃນສ່ວນຕ່າງໆ, ຄວນຫຼຸດອາຫານທີ່ມີແຄລໍຣີສູງ ເຊັ່ນ: ອາຫານຈືນ ຫຼືອາຫານທີ່ມີໄຂມັນຫຼາຍ ເພາະຫາກຮ່າງກາຍເຜົນຜານບໍ່ໝົດ ກໍຈະກາຍເປັນໄຂມັນສະສົມໃນຮ່າງກາຍໃນທີ່ສຸດ ທາງທີ່ດີຄວນກິນອາຫານໃຫ້ຄົບ 5 ໝູ່ໃນປະລິມານທີ່ເໝາະສົມ ເລືອກກິນແຕ່ອາຫານທີ່ມີປະໂຫຍດ.
  2. ບໍລິຫານສະໝອງ: ກໍເປັນອີກສ່ວນໜຶ່ງວິທີທີ່ຊ່ວຍເສີມສ້າງສຸຂະພາບທີ່ດີໄດ້ ລອງຊອກເກມຝຶກສະໝອງມາຫຼິ້ນ
  3. ພັກສາຍຕາຈາກການເສບຕິດການຫຼິ້ນໂທລະສັບ: ເພາະການຕິດສິ່ງດັ່ງກ່າວຫຼາຍເກີນໄປ ອາດເຮັດໃຫ້ກ້າມຊີ້ນດວງຕາເມື່ອຍລ້າ ຫຼືຕາແຫ້ງ ເພາະຕ້ອງຈ້ອງເບິ່ງແຕ່ໜໍຈໍເປັນເວລາດົນ ອາດເຮັດໃຫ້ມີອາການເບີ, ສາຍຕາຟ້າມົວ ຫຼືສາຍຕາສັ້ນໄດ້ ທາງທີ່ດີຄວນພັກຜ່ອນສາຍຕາ ແລະ ບໍລິຫານດວງຕາດ້ວຍ ການກະພິບຕາ, ເຫຼືອກຕາໄປມາເພື່ອປ້ອງກັນຕາແຫ້ງ ຫຼືເບິ່ງໄປຍັງວັດຖຸທີ່ຢູ່ໄກ ຈະຊ່ວຍໃຫ້ຜ່ອນຄາຍດວງຕາລົງໄດ້ ແລະ ຖ້າຫຼຸດການຫຼິ້ນ ໂທລະສັບລົງ ກໍຈະເຮັດໃຫ້ບໍ່ຕ້ອງຄຽດຈາການເສບຂ່າວ ແລະ ສຸຂະພາບຈິດດີຂຶ້ນ.
  4. ອອກກໍາລັງກາຍ: ການອອກກໍາລັງກາຍ ນອກຈາກຈະຊ່ວຍໄດ້ສຸຂະພາບທີ່ດີ ເພາະອະໄວຍະວະພາຍໃນຮ່າງກາຍຈະທໍາງານໄດ້ຢ່າງມີປະສິດທິພາບແລ້ວ ຍັງເຮັດໃຫ້ເຮົາມີພູມຕ້ານທານຫ່າງໄກພະຍາດຕ່າງໆ, ສຸຂະພາບຈິດທີ່ດີກໍຕາມມາ.
  5. ພັກຜ່ອນໃຫ້ພຽງພໍ: ເມື່ອເຮັດກິດຈະວັດຕ່າງໆໃນແຕ່ລະມື້ຮຽບຮ້ອຍແລ້ວ ການພັກຜ່ອນທີ່ດີຄືການນອນ ເພາະຮ່າງກາຍຈະໄດ້ຊ່ອມແຊມຟື້ນຟູໄດ້ຢ່າງເຕັມທີ່ ຄວນນອນໃຫ້ຄົບ 8 ຊົ່ວໂມງ ແລະ ນອນໃຫ້ເປັນເວລາ ເພາະການນອນເດິກເກີນໄປຮ່າງກາຍອາດເມື່ອຍລ້າໄດ້ ອີກທັງຍັງມີຜົນເສຍຕາມມາ ທາງທີ່ດີຄວນພັກຜ່ອນໃຫ້ພຽງພໍ ເມື່ອຕື່ນມາຮັບມື້ໃໝ່ຮ່າງກາຍຈະໄດ້ສົດຊື່ນ ແລະ ຕື່ນຕົວຕະຫຼອດທັງວັນ ສຸຂະພາບຮ່າງກາຍກໍຈະຕາມມາ.

 

ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ - 5 - ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ
ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ - 4 - ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ
ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ - 3 - ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ
ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ - Visit Laos Visit SALANA BOUTIQUE HOTEL - ສຸຂະພາບດີສ້າງໄດ້ດ້ວຍ 5 ວິທີ