ຍຸຕິທຳແຂວງຫລວງນ້ຳທາ ລົງເຜີຍແຜ່ກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ
ເມື່ອທ້າຍອາທິດຜ່ານ ມາ ນີ້, ທ່ານຮອງ ຫົວໜ້າພະ ແນກຍຸຕິທຳແຂວງ, ທັງ ເປັນ ຜູ້ຊີ້ນຳວຽກງານໂຄສະນາ ເຜີຍແຜ່ກົດໝາຍ ແລະ ວຽກ ງານຈັດຕັ້ງປະຕິບັດຄຳຕັດ ສີນຂອງສານຂັ້ນແຂວງ, ໄດ້ລົງເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆຢູ່ຄ້າຍຄຸມ ຂັງ-ດັດສ້າງ ປກສ ແຂວງ, ໂດຍມີທ່ານພັນໂທຄໍາແສງ ແສງວິໄລຈິດ ຮອງຫົວໜ້າ ພະແນກຄ້າຍຄຸມຂັງ-ດັດ ສ້າງ, ພ້ອມດ້ວຍນັກໂທດ ກວ່າ 400 ຄົນຮ່ວມຮັບຟັງ ແລະ ກົດໝາຍທີ່ເຜີຍແຜ່ ຄັ້ງນີ້ປະກອບມີ: ກົດໝາຍ ວ່າ ດ້ວຍ ການຈັດຕັ້ງປະຕິບັດ ຄຳຕັດສີນຂອງສານ, ລັດຖະ ບັນຍັດປະທານປະເທດວ່າ ດ້ວຍການໃຫ້ອະໄພຍະໂທດ ແລະ ກົດໝາຍວ່າດ້ວຍຢາ ເສບຕິດ, ເພື່ອໃຫ້ນັກໂທດ ເຫັນໄດ້ຄວາມສຳຄັນຂອງ ລະບຽບກົດໝາຍ, ການຈັດ ຕັ້ງ ປະຕິບັດຄຳຕັດສີນຂອງ ສານ ແລະ ຄວາມຈິງໃຈໃຊ້ ແທນຄ່າເສຍຫາຍຕ່າງໆ ທີ່ຕົນໄດ້ກໍ່ຂື້ນ ທັງຍົກໃຫ້ ເຫັນຜົນຮ້າຍຂອງການບໍ່ ປະຕິບັດຕາມຄຳຕັດສີນ ຂອງສານ, ພ້ອມທັງຍົກໃຫ້ ເຫັນນະໂຍບາຍຕ່າງໆທີ່ ຂັ້ນ ເທິງວາງອອກເປັນຕົ້ນ: ການ ປ່ອຍຕົວກ່ອນກຳນົດໂດຍມີ ເງື່ອນໄຂ, ການອະໄພຍະ ໂທດ ແລະ ນະໂຍບາຍອື່ນໆ ພາຍໃນຄ້າຍຄຸມຂັງ- ດັດ ສ້າງຕໍ່ນັກໂທດຜູ້ທີ່ມີຜົນ ງານດີເດັ່ນ ແລະ ນັກໂທດ ຄົນອື່ນໆທີ່ ກຳລັງປະຕິບັດ ໂທດຢູ່ໄດ້ຮັບຮູ້ ແລະ ເຂົ້າ ໃຈ ແລະ ໄດ້ເນັ້ນໃຫ້ນັກ ໂທດແຕ່ລະຄົນເອົາໃຈໃສ່ ປະຕິບັດກົດລະບຽບພາຍ ໃນຄ້າຍຄຸມຂັງ-ດັດສ້າງ ຢ່າງເຂັ້ມ ງວດ, ເມື່ອໄດ້ຮັບ ນະໂຍບາຍປ່ອຍຕົວກ່ອນ ກຳນົດໄປແລ້ວກໍໃຫ້ປຽ່ນ ຈິດປຽ່ນໃຈກັບກາຍເປັນ ຄົນ ດີຂອງສັງຄົມ ແລະ ຄອບຄົວ, ສ້າງສິ່ງທີ່ດີມີປະ ໂຫຍດ ໃຫ້ແກ່ຕົນເອງ ແລະ ສັງຄົມ.
+ ຝຶກອົບຮົມກົດໝາຍໄລຍະສັ້ນໃຫ້ພະນັກງານພະແນກຍຸຕິທຳແຂວງອັດຕະປື
+ ຢ່າໃຫ້ຂະບວນການຍຸຕິທຳຖືກສວຍໃຊ້