ລາວປະເມີນຄວາມສະດວກດ້ານການຄ້າ ແລະ ການລົງທຶນ
ກອງປະຊຸມເຜີຍແຜ່ການປະເມີນການສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດນີ້, ໂດຍການເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ Andreas Zurbrugg ຕາງໜ້າສະຖານທູດ ອົດສະຕຣາລີປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ຖືເປັນການເປີດຕົວເປັນທາງການໂດຍການຮ່ວມມືລະຫວ່າງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ໂຄງການລິເລີ່ມສະໜັບສະໜູນພາກທຸລະກິດລຸ່ມແມ່ນໍ້າຂອງ (MBI), ເຊິ່ງແມ່ນໂຄງການສ້າງສິ່ງອຳນວຍຄວາມສະດວກໃນການພັດທະນາທຸລະກິດພາກເອກະຊົນທີ່ໄດ້ຮັບການສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ແລະ ທະນາຄານພັດທະນາອາຊີ (ADB) ເກືອບ 1.300 ຫົວໜ່ວຍທຸລະກິດຈາກ 17 ແຂວງທີ່ໄດ້ເຂົ້າຮ່ວມໃນການປະເມີນ ແລະ ປະກອບຄຳເຫັນໃນ 6 ອົງປະກອບສໍາຄັນຕໍ່ພາກທຸລະກິດຄື: (1) ຄວາມສະດວກໃນການສ້າງຕັ້ງທຸລະກິດ. (2) ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ. (3) ພາລະທາງດ້ານລະບຽບການ. (4) ຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ. (5) ຄວາມສອດຄ່ອງການຈັດຕັ້ງປະຕິບັດກົດໝາຍ ແລະ (6) ຄວາມເປັນມິດຕໍ່ພາກທຸລະກິດ.
ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ຜູ້ຊີ້ນຳການພັດທະນາດັດສະນີ ProFIT ກ່າວວ່າ: ການປະເມີນຜົນດັ່ງກ່າວໄດ້ຍົກບົດບາດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ມີສ່ວນຮ່ວມໃນການປະເມີນການຄຸ້ມຄອງເສດຖະກິດໃນແຂວງຂອງເຂົາເຈົ້າ, ໂດຍຜ່ານ ProFIT ພວກເຮົາຈະໄດ້ເຮັດວຽກຮ່ວມກັບນັກທຸລະກິດທ້ອງຖິ່ນ ແລະ ແຂວງ ເພື່ອປັງປຸງການດຳເນີນງານ ແລະ ສະພາບແວດລ້ອມຂອງທຸລະກິດທ້ອງຖິ່ນ. ນອກນັ້ນ, ພວກເຮົາຍັງໄດ້ວາງແຜນການຈັດກອງປະຊຸມປຶກສາຫາລືກັບອົງການປົກຄອງແຂວງ ເພື່ອຊອກຫາວິທີການແກ້ໄຂບັນຫາໃຫ້ຖືກຈຸດ ແລະ ນຳໄປສູ່ການປັບປຸງບາງດັດສະນີຂອງ ProFIT ທີ່ຍັງມີຄະແນນຕໍ່າ. ການຈັດຕັ້ງປະຕິບັດດັ່ງກ່າວຈະຊ່ວຍໃຫ້ການປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃນຂັ້ນແຂວງ ແລະ ນຳໄປສູ່ການຫລຸດອັນດັບການອຳນວຍຄວາມສະດວກໃນການດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ເຫລືອພຽງສອງຕົວເລກໃນອະນາຄົດ.
ທ່ານນາງ ສຸພາພອນ ສວນນະວົງ ຜູ້ອຳນວຍການກຸ່ມບໍລິສັດໂຕະລາວ ຕາງໜ້າໃຫ້ນັກທຸລະກິດລາວ ກ່າວວ່າ: ດີໃຈຫລາຍທີ່ເຫັນການເປີດຕົວຂອງ ProFIT ແລະ ຫວັງວ່າມັນຈະຊ່ວຍໃຫ້ເກີດການແຂ່ງຂັນທີ່ເຮັດໃຫ້ແຕ່ລະແຂວງພະຍາຍາມປະຕິຮູບຕົນເອງ ເພື່ອໃຫ້ກ້າວໄປເຖິງຈຸດສູງສຸດ ແລະ ນຳຜົນປະໂຫຍດມາສູ່ທຸລະກິດຂະຫນາດນ້ອຍຂອງພວກເຮົາ.