ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ III ອົງຄະນະພັກສານປະຊາຊົນສູງສຸດ

ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ iii ອົງຄະນະພັກສານປະຊາຊົນສູງສຸດ - Meeting 4 samai - ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ III ອົງຄະນະພັກສານປະຊາຊົນສູງສຸດ
ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ iii ອົງຄະນະພັກສານປະຊາຊົນສູງສຸດ - kitchen vibe - ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ III ອົງຄະນະພັກສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກສານປະຊາຊົນສູງສຸດໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້,  ພາຍໃຕ້ການເປັນປະທານສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາຄະນະພັກ, ປະທານສານປະຊາຊົນສູງສຸດ.

ກອງປະຊຸມໄດ້ຜ່ານມະຕິສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການຍົກສູງປະສິດທິພາບຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຜ່ານບົດສະຫຼຸບການຊີ້ນຳໆພາຂອງອົງຄະນະພັກສານປະຊາຊົນສູງສຸດໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການຄາດໝາຍ ແລະ ຈຸດສຸມ 3 ເດືອນຕໍ່ໜ້າ, ຮັບຟັງການລາຍງານການປະຕິບັດວຽກງານຂອງກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ ແລະ ກົມພົວພັນຮ່ວມມືຕ່າງປະເທດ, ຊຶ່ງທິດທາງຈຸດສຸມ 3 ເດືອນຕໍ່ໜ້າຈະເພີ່ມທະວີໃສ່ບາງບັນຫາສຳຄັນຄື: ເພີ່ມທະວີການສຶກສາອົບຮົມນຳພາ-ການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເລິກເຊິ່ງ ແລະ ແທດເຖິງແຕ່ລະເປົ້າໝາຍໃຫ້ເປັນປົກກະຕິ ເປັນຕົ້ນແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ-ຈັນຍາທຳ ຂອງພະນັກງານ, ໂດຍຖືເອົາການຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເປັນກົກ ດ້ວຍຄວາມທ່ຽງທຳຊື່ສັດບໍລິສຸດ, ບໍ່ສວຍໂອກາດ, ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ແລະ ພັກພວກ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຕິດພັນກັບການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງສານປະຊາຊົນໃນຂອບເຂດທົ່ວປະເທດແຕ່ນີ້ຫາປີ 2020 ໃຫ້ສຳເລັດ ແລະ ຄົ້ນຄວ້າພິຈາລະນາແກ້ໄຂຄະດີດ້ວຍຈິດໃຈບຸກທະລຸ ແລະ ນຳໃຊ້ກົນໄກ, ວິທີການທີ່ເໝາະສົມ ເພື່ອໃຫ້ການແກ້ໄຂພິຈາລະນາຄະດີໄດ້ ຕາມຄາດໝາຍທີ່ວາງໄວ້, ທັງຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຍຸຕິທຳ, ໂປ່ງໃສ, ທັນກັບກຳນົດເວລາ ແລະ ມີຄຸນນະພາບທີ່ແທ້ຈິງ.

ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ iii ອົງຄະນະພັກສານປະຊາຊົນສູງສຸດ - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ III ອົງຄະນະພັກສານປະຊາຊົນສູງສຸດ
ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ iii ອົງຄະນະພັກສານປະຊາຊົນສູງສຸດ - 4 - ກອງປະຊຸມເປີດກວ້າງຄັ້ງທີ 4 ສະໄໝທີ III ອົງຄະນະພັກສານປະຊາຊົນສູງສຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!