ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ

ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ - Labour - ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ
ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ - kitchen vibe - ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ

ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໃຫ້ຮູ້ວ່າ: ປັດຈຸບັນ, ສະພາບການຕົວະຍົວະລອກ ລວງ ແລະ ຂົນຂວາຍເອົາແຮງງານໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍຍັງເກີດມີແຜ່ຫລາຍ ແລະ ມີຈໍານວນໜຶ່ງບໍ່ໜ້ອຍທີ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ.

ບັນຫາດັ່ງກ່າວໄດ້ມີການລາຍງານຢູ່ກອງປະຊຸມສະຫລຸບວຽກງານຕ້ານການຄ້າມະນຸດ 6 ເດືອນຕົ້ນປີ ແລະ ວາງທິດທາງແກ້ໄຂຕໍ່ໜ້າ ທີ່ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.

ໃນໂອກາດນີ້, ທ່ານພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫລວດ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ກ່າວວ່າ: ປັດຈຸບັນ, ບັນຫາການຄ້າມະນຸດຍັງສືບຕໍ່ເກີດຂຶ້ນດ້ວຍຫລາຍຮູບການ ເປັນຕົ້ນແມ່ນການຕົວະຍົວະລອກລວງໄປທ່ອງທ່ຽວ, ໄປຂາຍເຄື່ອງ, ເສີບອາຫານ ແລະ ການຂົນຂວາຍເອົາແມ່ຍິງໄປແຕ່ງດອງກັບຄົນຕ່າງປະເທດດ້ວຍຮູບການໝັ້ນໝາຍ, ເຊິ່ງປາກົດການດັ່ງກ່າວເຫັນວ່າເກີດຂຶ້ນເກືອບທຸກແຂວງໃນທົ່ວປະເທດ ແລະ ຕາມຕົວເລກຍິງສາວທີ່ໄດ້ຮັບການຊ່ວຍເຫລືອຈາກເຈົ້າໜ້າທີ່ ແລະ ສົ່ງກັບຈາກ ສປ ຈີນ ຫລາຍກວ່າໝູ່ແມ່ນແຂວງຫົວພັນ, ບໍລິຄໍາໄຊ ແລະ ນະຄອນຫລວງວຽງຈັນ. ສ່ວນບັນຫາການຂົນຂວາຍເອົາແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຜິດກົດໝາຍໂດຍບໍ່ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມມີຫລາຍກວ່າ 46 ພັນກວ່າຄົນ (ຍິງ 26 ພັນກວ່າຄົນ) ໃນນັ້ນມີແຮງງານລາວຖືກປັບສະຖານະພາບຢູ່ປະເທດໄທກວ່າ 7.700 ຄົນ (ຍິງ 4.000 ກວ່າຄົນ) ແລະ ຖືກສົ່ງກັບບໍ່ເປັນທາງການຈາກປະເທດໄທຈໍານວນ 68 ຄົນ (ຍິງ 57 ຄົນ) ແລະ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດລົງເປັນກ້າວໆ ໃນຕໍ່ໜ້ານີ້, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຈະເພີ່ມທະວີການຮ່ວມມືທັງແບບສອງຝ່າຍ ແລະ ຫລາຍຝ່າຍກັບປະເທດໃກ້ຄຽງ ແລະ ອານຸພາກພື້ນ, ໄປຄຽງຄູ່ກັບການປະຕິບັດວຽກງານໂຄສະນາຕ້ານການຄ້າມະນຸດໃຫ້ແຂງແຮງນັບທັງຕົວເມືອງ ແລະ ທ້ອງຖິ່ນຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດ ເພື່ອໃຫ້ມີສະຕິລະວັງ ແລະ ບໍ່ຕົກເປັນເຫຍື່ອຂອງຂະບວນການດັ່ງກ່າວ.

ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ - 5 - ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ
ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ - 3 - ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ
ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ - 4 - ລາວຫາລືແກ້ໄຂບັນຫາແຮງງານອອກນອກປະເທດຜິດກົດໝາຍ