ງານວາງສະແດງເຄື່ອງເຮືອນລາວຄັ້ງທີ 3
ງານວາງສະແດງຜະລິດຕະພັນເຄື່ອງເຮືອນລາວຄັ້ງທີ 3 ໄດ້ໄຂຂຶ້ນໃນວັນທີ 9-15 ກໍລະກົດນີ້ ທີ່ສູນການຄ້າລາວ-ໄອເຕັກນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ຄໍາໄຜ່ ສົມຊະນະ ປະທານສະຄົມເຟີນີເຈີລາວ, ມີຜູ້ປະກອບການເຟີນີເຈີທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນີເຈີລາວ ໃຫ້ຮູ້ວ່າ: ງານວາງສະແດງນີ້ເພື່ອເປັນການໂຄສະນາສິນຄ້າເຟີນີເຈີລາວ, ເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ວຍກັນຂອງນັກທຸລະກິດ, ຫົວໜ່ວຍການຜະລິດເຟີນີເຈີທີ່ເຮັດໃຫ້ມີຜະລິດຕະພັນເຟີນີເຈີຈາກໄມ້ລາວອອກຮັບໃຊ້ສັງຄົມ, ພ້ອມທັງເປັນການສະແດງຜະລິດຕະພັນເຟີນີເຈີ ທີ່ໄດ້ໃຊ້ຫົວຄິດປະດິດສ້າງຂຶ້ນມາ ໂດຍນາຍຊ່າງທີ່ມີຄວາມຊຳນານ ແລະ ຄວາມປານີດ, ສາມາດສ້າງໄດ້ຫລາກຫລາຍຜະລິດຕະພັນ, ເຊິ່ງງານຄັ້ງນີ້ມີຫ້ອງວາງສະແດງຫລາຍກວ່າ 170 ຫ້ອງມາຈາກ 70 ຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ແລະ ຈາກປະເທດໃກ້ຄຽງຄື: ໄທ, ສ.ເກົາຫລີ ແລະ ຍີ່ປຸ່ນ, ຊຶ່ງຄາດວ່າຈະມີມູນຄ່າການຊື້-ຂາຍຫລາຍກວ່າ 10 ຕື້ກີບ ແລະ ມີຜູ້ເຂົ້າຮ່ວມຊົມຫລາຍກ່ວາ 2 ແສນຄົນຕະຫລອດການຈັດງານ.