ກຸ່ມອາສາດ້ວຍໃຈຮັກຄວາມສະອາດສ້າງກິດຈະກຳຢູ່ສວນເຈົ້າອານຸວົງ
# ຣັດສະໝີ ດວງສັດຈະ
ກຸ່ມອາສາດ້ວຍໃຈຮັກ ຄວາມສະອາດ ໄດ້ສ້າງກິດ ຈະກຳເກັບຂີ້ເຫຍື່ອ ແລະ ຖາງປ່າ ທີ່ຮົກເຮື້ອຢູ່ລຽບ ຕາມແຄມແມ່ນ້ຳຂອງບໍລິ ເວນສວນເຈົ້າອະນຸວົງທີ່ຕັ້ງຢູ່ຂອບເຂດເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງ ມີການເຂົ້າຮ່ວມຂອງບັນ ດາອາສາສະໝັກທີ່ມາຈາກທຸກເພດທຸກໄວ ແລະ ມາຈາກ ຫຼາກຫຼາຍສາຂາອາຊີບ ຈໍາ ນວນ 40 ຄົນ ໂດຍແມ່ນມີ ຄວາມຮັບຜິດຊອບຂອງທຸກຄົນ ແລະໄດ້ຈັດຂຶ້ນໃນເວລາ 5:30 ໂມງຫາ 9:00 ໂມງ ເຊົ້າຂອງວັນທີ 7 ກໍລະກົດ ຜ່ານມາ, ທັງນີ້ກໍເພື່ອເປັນ ການຈັດຕັ້ງປະຕິບັດນະໂຍ ບາຍ 6 ສໍ ຂອງນະຄອນ ຫຼວງຈັນວາງອອກ, ທັງເປັນ ການປະກອບສ່ວນເຂົ້າໃນ ປີທ່ອງທ່ຽວລາວປີ 2018 ແລະ ທັງເປັນການທໍາລາຍ ແຫຼ່ງເພາະພັນຂອງຍຸງລາຍນໍາອີກ.
+ ອົງການອະນາໄມໂລກຄາດອີໂບລາ ລະບາດໃນກົງໂກຈະສິ້ນສຸດລົງໃນໄວໆນີ້
+ ກອງປະຊຸມໃຫຍ່ອົງການອະນາໄມໂລກຄັ້ງທີ 71 ອັດລົງດ້ວຍຜົນສຳເລັດເປັນຢ່າງດີ
ການສ້າງກິດຈະກໍາ ດັ່ງ ກ່າວ ໄດ້ເລີ່ມ ແຕ່ເດືອນມີນາ ປີນີ້ ເປັນຕົ້ນມາ, ເຊິ່ງເບື້ອງ ຕົ້ນກໍມີຈໍ່ານວນຄົນໜ້ອຍ ດຽວທີ່ເລາະເກັບຂີ້ເຫຍື້ອ ໂດຍສະເພາະມີບັນດາພະນັກ ງານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມນັບມື້ຫຼາຍຂຶ້ນ, ເພື່ອ ເກັບຂີ້ເຫຍື່ອ ແລະ ຖາງປ່າ ແມ່ນ ການອອກແຮງງານທີ່ ເຮັດດ້ວຍໃຈ, ບໍ່ຫວັງຜົນ ຕອບແທນຫຍັງຂໍພຽງແຕ່ ບ້ານ ເມືອງສະອາດສວຍ ງາມກໍພໍແລ້ວ ແລະ ເປັນ ການປູກຝັງ-ຕໍ່ຍອດໃຫ້ຊາວ ໜຸ່ມ-ເຍົາວະຊົນກໍຄືພໍ່ຄ້າ ຊາວຂາຍ ແລະ ປະຊາຊົນ ຮັກຄວາມສະອາດ ແລະ ຮັກຄວາມສວຍງາມເພີ່ມ ຍິ່ງໆຂຶ້ນ.
ການອອກແຮງງານ ໃນຄັ້ງນີ້ ຍັງໄດ້ຮັບການ ຊ່ວຍເຫຼືອລົດເກັບຂີ້ເຫຍື້ອ ຈາກຫ້ອງຄຸ້ມຄອງ ແລະ ບໍລິ ຫານຕົວເມືອງຈັນທະບູລີ, ການປະກອບ ສ່ວນຂອງ ນັກແລ່ນມາລາທອນ ແລະ ທ່ານ ອື່ນໆ; ໃນໂອກາດນີ້ ກໍມີຊາວຄ້າຂາຍພືດຜັກຈໍາ ນວນໜຶ່ງກໍຈະພ້ອມກັນຮັກ ສາຄວາມສະອາດໃຫ້ດີ, ບໍ່ ຖິ້ມຂີ້ເຫຍື້ອຊະຊາຍ ແລະ ການເຮັດກິດຈະກໍາໄດ້ສໍາ ເລັດລົງດ້ວຍຄວາມສະອາດ ຈົບງາມ ແລະ ໃນຂະນະ ດຽວກັນກໍເປັນການສ້າງ ພາລະກໍາລັງກາຍ, ກໍາລັງໃຈ ແລະ ທັງໄດ້ຄວາມສາມັກ ຄີຕື່ມອີກ. ກິດຈະກໍາເຮັດແຕ່ ວັນຈັນ ຫາວັນພະຫັດນັບ ແຕ່ເລີກການຕອນແລງຫາ 20 ໂມງ.
ທ່ານ ໄກສອນ ຈັນທະ ລາດ ຮອງຫົວໜ້າຫ້ອງຄຸ້ມ ຄອງ ແລະ ບໍລິຫານຕົວ ເມືອງຈັນທະບູລີ ໄດ້ໃຫ້ທັດ ສະນະວ່າ: ການອອກແຮງ ງານໃນເທື່ອນີ້ ເປັນການ ປະກອບສ່ວນຮັກສາອະນາ ໄມ ສິ່ງແວດລ້ອມໃນເມືອງ ເຊິ່ງໃນນີ້ຂະບວນຮັກສາ ຄວາມສະອາດແມ່ນມີ ຄວາມສໍາຄັນຫຼາຍ ເພາະ ເມືອງພວກເຮົາຕັ້ງຢູ່ໃຈ ກາງນະຄອນຫຼວງວຽງຈັນ ແລະ ຂ້າພະເຈົ້າກໍມີຄວາມ ເຕັມໃຈເຂົ້າຮ່ວມກັບຂະ ບວນຈິດອາສາຂອງນະ ຄອນຫຼວງໃນນາມພາກລັດ ແລະ ໄດ້ນໍາເອົາພາຫະນະ- ພະນັກງານເຂົ້າຮ່ວມຂົນສົ່ງ, ບໍລິການ, ເກັບມ້ຽນຂີ້ເຫຍື້ອ; ຂໍຮຽກຮ້ອງໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຈົ່ງຮ່ວມກັນເກັບ ມ້ຽນ-ແຍກຂີ້ເຫຍື້ອ, ຮັກສາ ຄວາມສະອາດໃຫ້ທົ່ວເຖິງ ຢູ່ຄົວເຮືອນກໍຄືຊຸມຊົນໃຫ້ດີ.
ແມ່ຕູ້ ຄໍາບູ່ ປະຊາຊົນ ບ້ານເພຍວັດ ເມືອງ ສີສັດ ຕະນາກ ທີ່ມາຍ່າງອອກກໍາ ລັງກາຍກໍເວົ້າວ່າ: ແມ່ເຄີຍ ເຫັນຄົນຕ່າງປະເທດເພິ່ນ ເລາະເກັບຂີ້ເຫຍື້ອ, ແຕ່ພວກ ເຮົາເປັນເຈົ້າຂອງບ້ານ ເມືອງພັດບໍ່ຢາກເຮັດ ແລະ ຍັງຖິ້ມຊະຊາຍນໍາອີກ, ເຫັນ ພວກລູກພາກັນເຮັດແມ່ນ ດີແລ້ວ ເພື່ອບ້ານເມືອງສະ ອາດງາມຕາ.
ທ່ານ ນິຣັນ ໄພພາ ຊາວ ໄທທີ່ມາແລ່ນມາລາທອນ ໄດ້ເວົ້າວ່າ: ເຫັນພີ່ນ້ອງມາ ທໍາຄວາມສະອາດ ແມ່ນເປັັນ ນໍ້າໃຈທີ່ດີທີ່ສຸດແລ້ວ ແລະ ຂ້ອຍກໍມີໃຈຢາກເຮັດ ແລະ ຢາກປະກອບສ່ວນເລັກໆ ນ້ອຍໆ ແຕ່ທາງກຸ່ມພັດບໍ່ ຮັບເປັນເງິນມີແຕ່ຮັບຖົງ ຢາງດໍາ-ສົບມືທີ່ເກັບຂີ້ເຫຍື້ອ ໃສ່ຂໍໃຫ້ເຮັດໄປເລື້ອຍໆ ເພື່ອຄວາມສະອາດຂອງ ຕົວເມືອງ.
ທາງດ້ານ ນາງຫຼ້າ ພຸດ ທະສອນ ມະນີວົງ ພະນັກ ງານຫ້ອງກາານສາທາລະ ນະສຸກເມືອງສີສັດຕະນາກ ທີ່ເປັນອາສາມາດ້ວຍໃຈ ໄດ້ ສະແດງຄວາມດີໃຈທີ່ໄດ ປະກອບສ່ວນເຂົ້າໃນກິດ ຈະກຳຄັ້ງນີ້ຍ້ອນວ່າ: ເຫັນ ແຄມຂອງຫຼາຍແຫ່ງຍັງບໍ່ ສະອາດ, ມີປ່າຫຍ້າຂຶ້ນສູງ ເຊິ່ງເປັນແຫຼ່ງເພາະພັນຍຸງ ລາຍເພາະ ແລະ ທັງເປັນ ບ່ອນມົ້ວສຸມຂອງຢາເສບ ຕິດຂອງໄວລຸ້ນນໍາອີກ.
ທ່ານ ສາຍເພັດ ໜໍ່ທອງ ຄໍາ ຈາກບໍລິສັດເບຍລາວ ຈໍາ ກັດ ກໍບອກວ່າ: ການເຂົ້າ ຮ່ວມກິດຈະກໍານີ້ ກໍເພື່ອ ຢາກໃຊ້ເວລາຫວ່າງໃຫ້ ເປັນ ປະໂຫຍດຕໍ່ສັງຄົມ, ອີກຢ່າງ ປີນີ້ກໍເປັນປີທ່ອງທ່ຽວລາວ, ຢາກຂໍເປັນສ່ວນໜຶ່ງທີ່ ມີສ່ວນຮ່ວມ ເຮັດໃຫ້ບ້ານ ເມືອງສະອາດ ແລະ ເຮັດ ໃຫ້ນັກທ່ອງທ່ຽວເຂົ້າມາ ເຫັນຄວາມປະທັບໃຈກັບ ເມືອງລາວ.