ດີໃຈລັດຖະບານເຂັ້ມງວດຄຸ້ມຄອງສັດນ້ຳ-ສັດປ່າ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ເອົາລະເຖິງວ່າ ຊ້າກໍຍັງດີກວ່າບໍ່ເຮັດ, ຖ້າເວົ້າ ໃນເລື່ອງການຫ້າມລ່າສັດ, ຊື້ ຂາຍສັດນ້ຳ, ສັດປ່າ ແລະ ພືດ ຫວງຫ້າມທີ່ໃກ້ ຈະສູນພັນຢູ່ ປະເທດເຮົາແມ່ນມີມາແຕ່ດົນ ແລ້ວ, ແຕ່ໜ້າເສຍດາຍການ ຈັດຕັ້ງປະຕິບັດລະບຽບການ ດັ່ງກ່າວບໍ່ທັນເຂັ້ມງວດເທົ່າ ທີ່ຄວນ, ເຊິ່ງມາຈາກຫລາຍ ປັດໃຈ, ຍ້ອນວ່າປະຊາຊົນ ລາວເຮົາສ່ວນຫລາຍທີ່ດຳລົງ ຊີວິດຢູ່ເຂດພູດອຍບ່ອນຫ່າງ ໃກສອກຫລີກ, ແມ່ນຍັງຕິດ ພັນກັບທຳມະຊາດ, ການ ຊອກຢູ່ຫາກິນຍັງໄດ້ ເພິ່ງພາ ທຳມະຊາດ, ໂດຍສະເພາະ ການຫາປາ-ລ່າສັດ ຍັງບໍ່ສາ ມາດຄວບຄຸມໄດ້ ແລະ ສ່ວນ ໜຶ່ງກໍແມ່ນຄວາມຕ້ອງການ ຂອງສັງຄົມບ້ານເຮົາເມືອງ ເຮົາ, ຖ້າເວົ້າຮອດການບໍລິ ໂພກຊີ້ນສັດປ່າແມ່ນໃຜກໍອົດ ບໍ່ໄດ້, ຊີ້ນໂຕນັ້ນ, ປາໂຕນີ້ລຸງ ກໍມັກ ແລະ ສິ່ງນີ້ໄດ້ກາຍເປັນ ການຄ້າເພື່ອນຳມາລໍ່ລ້ຽງ ຊີວິດການເປັນຢູ່ຂອງປະຊາ ຊົນໃນເຂດຊົນນະບົດຫ່າງ ໄກສອກຫລີກດັ່ງກ່າວ, ໄປ ທາງໃດ, ທ້ອງຖິ່ນໃດກໍຍັງມີ ຮ້ານອາຫານ ແລະ ຕະຫລາດ ຊື້-ຂາຍ ສັດປ່າຢູ່ຢ່າງຫລວງ ຫລາຍ.
ດັ່ງນັ້ນຈິ່ງເປັນຕົ້ນເຫດ ເຮັດໃຫ້ ສັດປ່າ-ສັດນ້ຳປະ ເພດຫາຍາກຢູ່ ປະເທດເຮົາ ນັບມື້ຈະສູນພັນໄປ.
ດັ່ງນັ້ນລັດຖະບານ, ຈິ່ງ ໄດ້ເພີ່ມມາດຕະການເຂັ້ມງວດ ຕໍ່ການອານຸລັກ, ປົກປັກຮັກ ສາສັດນ້ຳ-ສັດປ່າດັ່ງກ່າວ, ໂດຍນາຍົກລັດຖະມົນຕີໄດ້ ອອກເປັນຄຳສັ່ງຖ້າໃຜລະເມີດ ກໍຈະຖືກດຳເນີນຄະດີຕາມ ລະບຽບກົດໝາຍຢ່າງແທ້ຈິງ ແລະ ກໍປາຖະໜາໃຫ້ການຈັດ ຕັ້ງປະຕິບັດຄຳສັ່ງດັ່ງກ່າວ ປະກົດຜົນເປັນຈິງ, ເພື່ອ ຄວາມອຸດົມສົມບູນຂອງຊີວະ ນາໆ ພັນດັ່ງກ່າວຢູ່ຄຽງຄູ່ ຊາດລາວ, ປະຊາຊົນລາວ ເຮົາຕະຫລອດໄປ ແລະ ຍັງ ພຽງ2 ມື້ ວັນປ່ອຍປ່າ ແລະ ອະນຸລັກສັດນ້ຳສັດປ່າແຫ່ງ ຊາດ 13 ກໍລະກົດກໍຈະໝູນ ວຽນມາເຖິງອີກວາລະໜຶ່ງ ແລະ ໃນໂອກາດນີ້ພວກເຮົາ ຈຶ່ງໄດ້ເພີ່ມທະວີການຄຸ້ມຄອງ ສັດດັ່ງກ່າວໃຫ້ມີປະສິດທິຜົນ ສູງຂຶ້ນດັ່ງແຈ້ງການຂອງກະ ຊວງກະສິກຳ ແລະ ປ່າໄມ້ໄດ້ ລະບຸໄວ້.
+ ດີໃຈທີ່ລັດຖະບານຈະເພີ່ມທະວີຄຸ້ມຄອງສັດນ້ຳ, ສັດປ່າ ແລະ ພືດຫາຍາກ
+ ການອະນຸລັກສັດປ່າຕ້ອງ: ປາກເວົ້າມືເຖິງ
