ເສດຖະກິດອິນເດຍເລື່ອນຂຶ້ນສູ່ອັນດັບ 6 ຂອງໂລກ
ອິນເດຍກາຍເປັນປະເທດເສດຖະກິດຂະໜາດໃຫຍ່ສຸດອັນດັບ 6 ຂອງໂລກ ແຊງໜ້າ ແລະ ຊຸກຝຣັ່ງຖອຍໄປຢູ່ອັນດັບ 7 ຈາກການຈັດອັນດັບຂອງທະນາຄານໂລກ ສຳລັບປີ 2017.
ສຳນັກຂ່າວ AFP ລາຍງານວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂອງອິນເດຍ ບັນລຸ 2,59 ຕື້ໂດລາສະຫະລັດ ໃນທ້າຍປີຜ່ານມາ, ສ່ວນ GDP ຂອງຝຣັ່ງບັນລຸ 2,58 ຕື້ໂດລາສະຫະລັດ. ເສດຖະກິດຂອງອິນເດຍຟື້ນຕົວຢ່າງແຂງແຮງ ນັບແຕ່ເດືອນກໍລະກົດ 2017 ຫລັງຈາກຂະຫຍາຍຕົວຊ້າຫລາຍໄຕມາດ ເຊິ່ງຫລາຍຝ່າຍໂທດການດຳເນີນນະໂຍບາຍເສດຖະກິດຂອງລັດຖະບານພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ນາເຣນທຣາ ໂມດີ. ອິນເດຍມີປະຊາກອນປະມານ 1.340 ລ້ານຄົນ ແລະ ມີທ່າອ່ຽງຈະແຊງຈີນກາຍເປັນປະເທດປະຊາກອນຫລາຍທີ່ສຸດໃນໂລກ, ສ່ວນຝຣັ່ງມີປະຊາກອນ 67 ລ້ານຄົນ. ອຸດສາຫະກຳການຜະລິດ ແລະ ການໃຊ້ຈ່າຍຂອງຜູ້ບໍລິໂພກ ຄືປັດໄຈສຳຄັນທີ່ຂັບເຄື່ອນເສດຖະກິດອິນເດຍໃນປີຜ່ານມາ ຫລັງເກີດສະພາບຂະຫຍາຍຕົວຊ້າຈາກບັນຫາຍົກເລີກໃຊ້ທະນະບັດລາຄາສູງ ໃນທ້າຍປີ 2016 ລວມທັງການເກັບພາສີມູນຄ່າເພີ່ມໃໝ່ທີ່ສ້າງຄວາມປັ່ນປ່ວນ. ອິນເດຍເພີ່ມຕົວເລກ GDP ເປັນ 2 ເທົ່າພາຍໃນ 1 ທົດສະວັດ ແລະ ຄາດວ່າຈະເດີນໜ້າເປັນເຄື່ອງຈັກເສດຖະກິດຫລັງຂອງອາຊີ. ຂະນະທີ່ເສດຖະກິດຈີນຂະຫຍາຍຕົວຊ້າລົງ.
ຈາກຂໍ້ມູນຂອງກອງທຶນການເງິນສາກົນ (IMF) ຄາດວ່າ: ເສດຖະກິດອິນເດຍຈະເຕີບໃຫຍ່ 7,4% ໃນປີນີ້ ແລະ 7,8% ໃນປີ 2019 ໂດຍໄດ້ປັດໄຈຈາກການໃຊ້ຈ່າຍໃນຄົວເຮືອນ ແລະ ການປະຕິຮູບພາສີ ທຽບໃສ່ອັດຕາເຕີບໃຫຍ່ຂອງເສດຖະກິດໂລກໂດຍລວມ ເຊິ່ງຄາດວ່າຈະບັນລຸ 3,9%. ຫລ້າສຸດ ອາເມລິກາຍັງຄອງຕຳແໜ່ງປະເທດເສດຖະກິດຂະໜາດໃຫຍ່ທີ່ສຸດໃນໂລກ, ຖັດມາແມ່ນຈີນ, ຍີ່ປຸ່ນ, ເຢຍລະມັນ ແລະ ອັງກິດ.