ຕຳຫລວດແຂວງອຸດົມໄຊມ້າງເປົ້າໝາຍຢາເສບຕິດພ້ອມຂອງກາງຈຳນວນຫລາຍ
ເມື່ອບໍ່ດົນມານີ້, ເຈົ້າໜ້າ ທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ນໍາ ກໍາລັງ ເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຂາຍຢາເສບຕິດ 2 ຫລັງ ຢູ່ບ້ານຫລັກ 22 ເມືອງໄຊ, ຊຶ່ງຫລັງທີ 1 ເປັນເຮືອນ ນາງ ຊິງ ອາຍຸ 40 ປີ, ພົບ ຂອງກາງຢາ ເສບຕິດປະ ເພດ ເຮໂຣອິນນ້ຳໜັກ 8,8 ກຣາມ, ຢາບ້າ 210 ເມັດ, ຝິ່ນ 1 ຫໍ່ ແລະ ຈຸດທີ 2 ເປັນ ເຮືອນຂອງນາງ ວ້າ ອາຍຸ 50 ປີ ເປັນເອື້ອຍຂອງນາງ ຊິງ ຢູ່ບ້ານຫລັກ 52 ເມືອງໄຊ ພົບເຫັນຂອງກາງເຮໂຣອິນນ້ຳໜັກ 8 ກຣາມ, ຢາບ້າ 2.121 ເມັດ ແລະ ຝິ່ນ 1 ຫໍ່, ນອກນີ້ຍັງມີຕາດ່ຽງ 1 ອັນ, ໂທລະສັບມືຖື 2 ໜ່ວຍ ແລະ ເງິນຈໍານວນໜຶ່ງ. ຈຶ່ງ ໄດ້ຢຶດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕາມລະ ບຽບກົດໝາຍ.
ຜ່ານການສືບສວນ- ສອບສວນຂອງເຈົ້າໜ້າທີ່ ພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວ ເປັນ ຂອງພວກຕົນແທ້ ແລະ ໄດ້ ຮ່ວມກັນເຄື່ອນໄຫວຄ້າຂາຍຢາເສບຕິດມາດົນແລ້ວ, ໂດຍ ຊື້ມາຈາກຂະບວນການ ດຽວ ກັນເພື່ອມາຂາຍໃຫ້ໄວລຸ້ນ ພາຍໃນບ້ານ ແລະ ບ້ານໃກ້ ຄຽງ, ກ່ອນຈະ ຖືກເຈົ້າໜ້າ ທີ່ຈັບຕົວມາດໍາເນີນຄະດີ ຕາມລະບຽບກົດໝາຍ.
+ ຕຳຫລວດແຂວງຫົວພັນ ຈັບຜູ້ຂົນສົ່ງຢາເສບຕິດມາດຳເນີນຄະດີ
+ ຕຳຫລວດເມືອງນາຊາຍທອງ ຈັບຄົນຮ້າຍກໍ່ຄວາມບໍ່ສະຫງົບມາດຳເນີນຄະດີ
ຂ່າວໃຫ້ຮູ້ຕື່ມວ່າ: ກ່ອນ ໜ້ານັ້ນ, ເຈົ້າໜ້າທີ່ ປກສ ເມືອງດັ່ງກ່າວໄດ້ກັກຕົວ ທ້າວ ລາວກົງວາ ອາຍຸ 28 ປີຢູ່ບ້ານຫ້ວຍມອກ ເມືອງ ໄຊ, ພ້ອມຂອງກາງຢາ ບ້າ 394 ເມັດ, ລົດຈັກ 1 ຄັນ, ໂທລະສັບ 1 ເຄື່ອງ ແລະ ເຈົ້າໜ້າທີ່ ປກສ ເມືອງ ຫລາ ໄດ້ກັກຕົວທ້າວ ກີຢາຢູ່ບ້ານຜູ້ຂຽວ ເມືອງ ໄຊ, ພ້ອມຂອງກາງຢາ ເສບຕິດປະເພດຢາບ້າ 398 ເມັດ, ລົດຈັກ 1 ຄັນ ແລະ ໂທລະສັບອີກ 1 ເຄື່ອງ, ປັດຈຸບັນ ເຈົ້າໜ້າທີ່ພວມ ຂະຫຍາຍຜົນຫາຜູ້ຮ່ວມ ຂະບວນການເພື່ອຈັບຕົວ ມາດຳເນີນຄະດີຕາມລະ ບຽບກົດ ໝາຍໂດຍໄວ.