ໂຄງການເມດຕາທຳຈະເພີ່ມການລົງເຜີຍແຜ່ສິນທຳໂຮງຮຽນໃຫ້ຫລາຍຂຶ້ນ
ເມື່ອທ້າຍອາທິດຜ່ານ ມານີ້, ໂຄງການເມດຕາທຳ, ອົງການພຸດທະສາສະໜາ ສຳພັນລາວ, ໄດ້ຈັດກອງ ປະຊຸມສະຫລຸບວຽກງານ ຂອງຕົນໃນໄລຍະຜ່ານມາ, ໂດຍການເຂົ້າຮ່ວມຂອງ ພຣະອາຈານ ເວດ ມະເສໄນ ຮອງປະທານອົງການພຸດທະ ສາສະໜາສຳພັນລາວ, ຜູ້ ຊີ້ນຳວຽກງານເຜີຍແຜ່ສິນລະທຳ ແລະ ກຳມະຖານ, ພ້ອມດ້ວຍພຣະສົງ ແລະ ພະ ນັກງານຈາກກົມສາສະໜາ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມເປັນຈຳນວນຫຼາຍ.
+ ໂຄງການເມດຕາທຳຈະຈັດກິດຈະກຳບວດເນນລະດູຮ້ອນ
+ ສູນວັດທະນະທຳເດັກແຂວງວຽງຈັນ ຈັດກິດຈະກຳສະເຫລີມສະຫລອງວັນເດັກນ້ອຍສາກົນ
ພຣະອາຈານ ອະທິປະ ໄຕ ໄມຕຣີຈິດ ປະທານໂຄງ ການເມດຕາທຳ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້, ໂຄງການເມດຕາທຳໄດ້ສຸມໃສ່ຈັດກິດຈະກຳ ຫລາຍຢ່າງ ເປັນຕົ້ນແມ່ນການລົງສອນສິນທຳຢູ່ຕາມໂຮງຮຽນ ຕ່າງໆ 10 ແຫ່ງ ໃນນະຄອນ ຫລວງວຽງຈັນ, ລົງເຜີຍແຜ່ ຜົນຮ້າຍຢາເສບຕິດ ແລະ ບັນ ຫາເລື່ອງໂລກເອດ, ພ້ອມ ທັງຊ່ວຍເຫລືອບໍລິຈາກ ເຄື່ອງນຸ່ງ ແລະ ອື່ນໆ ແກ່ຜູ້ ປະສົບໄພ ເຊິ່ງຄາດວ່າໃນຕໍ່ ໜ້ານີ້ ໂຄງການຈະມີແຜນ ລົງຈັດກິດຈະກຳຕາມໂຮງ ຮຽນຕ່າງໆ ໃຫ້ຫລາຍຂຶ້ນ ໂດຍຈະສຸມໃສ່ເຜີຍແຜ່ຜົນ ຮ້າຍຂອງຢາເສບຕິດ ແລະ ບັນຫາໂລກເອດ ເພື່ອຊ່ວຍ ແກ້ໄຂປະກົດການຫຍໍ້ທໍ້ໃນ ສັງຄົມໃຫ້ຫຼຸດໜ້ອຍລົງ.
ໃນໂອກາດດັ່ງກ່າວ ຮອງປະທານອົງການພຸດທະສາສະໜາສຳພັນລາວ ໄດ້ ຍົກໃຫ້ເຫັນວ່າ: ປັດຈຸບັນໄວ ໜຸ່ມ, ເຍົາວະຊົນ, ໄດ້ພະເຊີນ ກັບບັນຫາຢາເສບຕິດ, ໄພສັງ ຄົມ ແລະ ອື່ນໆ ສະນັ້ນການ ແກ້ໄຂແມ່ນຕ້ອງໃຫ້ຄວາມ ຮູ້, ອົບຮົມສິນທຳ ແລະ ເຜີຍ ແຜ່ວິທີທາງທັກສະຊີວິດ ເພື່ອ ເຮັດໃຫ້ເຂົາເຈົ້າເຫັນໄດ້ຜົນ ຮ້າຍດັ່ງກ່າວ ແລະ ຮູ້ຈັກວິທີ ຫລີ້ກລ່ຽງ./.