ຈະລາຈອນນະຄອນຫລວງວຽງຈັນ ເຕືອນມີສະຕິຂັບຂີ່ໃນລະດູຝົນ
ຮອງຫົວໜ້າພະແນກ ຈະລາຈອນ ນະຄອນຫລວງວຽງຈັນ ໄດ້ອອກມາເຕືອນໃຫ້ສັງຄົມເອົາໃຈໃສ່ໃນການຂັບຂີ່ໃຫ້ປອດໄພໃນໄລຍະລະດູຝົນນີ້, ພາຍຫລັງເຫັນວ່າ: ສະພາບເສັ້ນທາງຫລາຍສາຍເປ່ເພ, ຊຸດໂຊມ, ບວກກັບຜູ້ຂັບຂີ່ຈຳນວນໜຶ່ງຍັງຖືເບົາຕໍ່ການ ປະຕິບັດລະບຽບຈະລາຈອນຄື: ຂັບຂີ່ລົດໄວ, ດື່ມສິ່ງມຶນເມົາຄື: ເມື່ອ ທ້າຍອາທິດ ຜ່ານມານີ້, ໄດ້ເກີດອຸປະຕິເຫດ ລົດບັນທຸກ ໝາຍເລກທະບຽນ ບກ 0274 ພິກປີ້ນ ຢູ່ເຂດບ້ານ ສິມມະໂນ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 3 ຄົນ ແລະ ໄດ້ຮັບບາດເຈັບເປັນຈຳນວນຫລາຍ. ສະນັ້ນ ຜູ້ຂັບຂີ່ຕ້ອງປະຕິບັດ 3 ຫລຸດຄື: ຫລຸດຜ່ອນຄວາມໄວ, ຫລຸດ ຜ່ອນດື່ມສິ່ງມືນເມົາ, ຫລຸດຜ່ອນລະເມີດໄຟອຳນາດ ແລະ ພ້ອມນັ້ນກໍຕ້ອງໝັ່ນກວດເຊັກລົດໃຫ້ຢູ່ໃນສະພາບປົກກະຕິກ່ອນອອກເດີນທາງ, ໃສ່ສາຍຮັດນິລະໄພທຸກຄັ້ງເວລາຂັບລົດ ແລະ ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ ໃຫ້ເຂັ້ມງວດ.
ຮອງຫົວໜ້າ ພະແນກ ດັ່ງກ່າວ ໃຫ້ຮູ້ວ່າ: 6 ເດືອນຜ່ານມາ, ເຈົ້າໜ້າທີ່ຂອງຕົນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ໃນການຮັກສາຄວາມເປັນລະບຽບຮຽບຮ້ອຍຄື: ໄດ້ສຸມໃສ່ຈັດສັນການສັນຈອນແອອັດ ແລະ ແກ້ໄຂອຸປະຕິເຫດຕາມທ້ອງຖະໜົນເຊັ່ນ: ກວດຄວາມໄວລົດ, ກວດກາທາດເຫລົ້າ, ຈັດສັນການຈອດລົດຊະຊາຍຄື: ຜ່ານມາພົບເຫັນຜູ້ລະເມີດກົດລະບຽບຈະລາຈອນຫລາຍກວ່າ 8 ພັນເທື່ອຄົນ, ແລະ ໄດ້ສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງກວນເມືອງໄດ້ 3 ກຸ່ມໃຫຍ່, ມີລົດຈັກ 39 ຄັນ, ລົດໃຫຍ່ 2 ຄັນ, ໂດຍໄດ້ນຳມາສຶກສາອົບຮົມຕາມລະບຽບກົດໝາຍ, ພ້ອມນີ້ຍັງໄດ້ລົງໂຄສະນາເຜີຍແຜ່ລະບຽບຈະລາຈອນຕາມໂຮງຮຽນ, ບໍລິສັດ, ສຳນັກງານ-ອົງການໄດ້ 159 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງຫລາຍກວ່າ 7.400 ຄົນ. ນອກນີ້ ຍັງໄດ້ໂຄສະນາຕາມສື່ຕ່າງໆ. ອັນໄດ້ຊ່ວຍໃຫ້ສະພາບອຸປະຕິເຫດບົນທ້ອງຖະໜົນຫລຸດຜ່ອນລົງຄື: ໃນ 6 ເດືອນຕົ້ນປີມີອຸປະຕິເຫດທັງໝົດ 600 ກໍລະນີ ແລະ ມີຜູ້ເສຍຊີວິດ 122 ຄົນ, ໂດຍສາເຫດສ່ວນໃຫຍ່ແມ່ນເກີດຈາກຂັບຂີ່ແບບປະໝາດ ແລະ ລະເມີດກົດລະບຽບຈະລາຈອນ.