ນະຄອນຫລວງວຽງຈັນເປີດຂະບວນການປັກຫຼັກໝາຍເຂດສະຫງວນດິນກະສິກໍາ
ເມື່ອທ້າຍອາທິດຜ່ານມາ, ພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດຂະບວນການປັກຫຼັກໝາຍເຂດສະຫງວນທີ່ດິນກະສິກໍາ ແລະ ການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະຫຼຸດຜ່ອນແຮງງານຊາວນາ ຢູ່ບ້ານຖິ່ນແທ່ນ, ເມືອງຫາດຊາຍຟອງ. ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໂຄງການກໍານົດ ແລະ ປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ຢູ່ເມືອງ ຫາດຊາຍຟອງ ແມ່ນໜຶ່ງໃນໂຄງການສົ່ງເສີມວິຊາການ ປະຈໍາປີ 2018 ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ, ຊື່່ງມີຈຸດປະສົງເພື່ອກໍານົດ ເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ໃຫ້ໄດ້ປະມານ 5 ພັນກວ່າເຮັກຕາ ຢູ່ 33 ບ້ານ ຂອງເມືອງຫາດຊາຍຟອງ ແລະ ປະມານ 1 ພັນກວ່າເຮັກຕາ ຢູ່ເມືອງໄຊທານີ ແລະ ສ້າງແຜນທີ່ເຂດສະຫງວນທີ່ດິນກະສິກໍາ ພ້ອມທັງເຮັດບົດບັນທຶກການປັກຫຼັກໝາຍ ແລະລະບຽບການຄຸ້ມຄອງທີ່ດິນກະສິກໍາຢູ່ຂັ້ນບ້ານ. ໂດຍຄາດວ່າ ແຕ່ນີ້ ຮອດປີ 2020 ນະຄອນຫຼວງວຽງຈັນ ກຳນົດເຂດສະຫງວນເນື້ອທີ່ດິນກະສິກໍາ ໄດ້ຫລາຍກ່ວາ 73 ພັນກວ່າເຮັກຕາ ແລະ ທີ່ດິນປ່າໄມ້ 150.000 ກວ່າເຮັກຕາ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດປັກຫຼັກໝາຍເຂດສະຫງວນເນື້ອທີ່ການຜະລິດກະສິກໍາ ແລະ ໄດ້ມີການສາທິດການນໍາໃຊ້ເຄື່ອງກົນຈັກ ປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ, ເພື່ອປຸກລະດົມຂະບວນການຫັນມາໃຊ້ ກົນຈັກເຂົ້າສູ່ການຜະລິດກະສິກໍາໃຫ້ຫຼາາຍຂຶ້ນ.