ແຂ່ງຂັນເຮືອ 12-22 ສີພາຍຊີງຂັນ ເຈົ້າຄອງທີ່ບຶງທາດຫລວງມື້ນີ້
ການແຂ່ງຂັນເຮືອ 12-22 ສີພາຍ ທີ່ບຶງທາດຫລວງ ໂດຍຈະເລີ່ມຂຶ້ນໃນມື້ນີ້ (13 ກໍລະກົດ) ເພື່ອເປັນການສະເຫລີມສະຫລອງວັນກໍາເນີດກິລາລາວ ຄົບຮອບ 52 ປີ ທັງເປັນການທົດສອບຄວາມພ້ອມຂອງນັກກິລາຊ່ວງເຮືອ ທີ່ເປັນຕົວແທນຂອງນະຄອນຫລວງ ກະກຽມເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບທ້າຍປີນີ້.
ປະເພດ 12 ສີພາຍ ສາຍ ກ ມີ ດອກຟ້າຂວັນໃຈປູ່ບັງ ແຂວງຄຳມ່ວນ, ນາວາໂຊກໄຊ ເມືອງຫາດຊາຍຟອງ, ຂວັນໃຈປູ່ກັ້ງ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ; ສາຍ ຂ ນະຄອນຫລວງວຽງຈັນ, ບ້ານແສນດິນ ເມືອງນາຊາຍທອງ, ບ້ານຊາຍຟອງເໜືອ 2 ເມືອງຫາດຊາຍຟອງ ແລະ ນາກທອງ ເມືອງສີໂຄດຕະບອງ; ສາຍ ຄ ໂນ້ແກັສ ແຂວງສາລະວັນ, ບ້ານຊາຍຟອງເໜືອ 1 ເມືອງຫາດຊາຍຟອງ ແລະ ດອກຟ້າຂວັນໃຈປູ່ບັງ 1 ແຂວງຄຳມ່ວນ; ສາຍ ງ ນາວາສັກສິດ 1 ແຂວງຊຽງຂວາງ, ນາໂພງອຍ FC ເມືອງໄຊເຊດຖາ ແລະ ນາວາສັກສິດ 2.
ສໍາລັບປະເພດ 22 ສີພາຍ ສາຍ ກ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ, ຂວັນໃຈປູ່ກັ້ງ ແຂວງຄຳມ່ວນ ແລະ ເທບພອນໄຊ ແຂວງສະຫວັນນະເຂດ; ສາຍ ຂ ແຂວງຊຽງຂວາງ, ນາວາສັກສິດ 1 ແລະ ບ້ານແສນດິນ ເມືອງນາຊາຍທອງ; ສາຍ ຄ ນາວາສັກສິດ 2 ນະຄອນຫລວງວຽງຈັນ, ແຂວງສາລະວັນ; ສາຍ ງ ແຂວງບໍລິຄຳໄຊ, ເພັດສາຍນໍ້າ ແຂວງບໍລິຄຳໄຊ.