ນາດາລ ຜ່ານເຂົ້າສູ່ຮອບຕັດເຊືອກພົບ ຢໍໂຄວິກ


ການແຂ່ງຂັນເທັນນິດ ວິມເບິລດັນ 2018 ທີ່ນະຄອນຫລວງລອນດອນ ປະເທດອັງກິດ ໃນວັນທີ 11 ກໍລະກົດ ປະເພດຊາຍດ່ຽວຮອບ 8 ຄົນສຸດທ້າຍ, ຣາຟາເອລ ນາດາລ ມື 2 ຂອງລາຍການຈາກສະເປນ ຕ້ອງອອກແຮງເມື່ອຍເຖິງ 5 ເຊັດ ໃຊ້ເວລາແຂ່ງຂັນເຖິງ 4 ຊົ່ວໂມງ 48 ນາທີ ກວ່າຈະເອົາຊະນະ ຮວນ ມາຣ໌ຕິນ ເດລ ປໍໂຕຣ ມື 5 ຂອງລາຍການຈາກອາເຈນຕິນາ 3-2 ເຊັດ 7-5, 6-7 (7-9), 4-6, 6-4, 6-4 ຜ່ານເຂົ້າສູ່ຮອບຕັດເຊືອກຕໍ່ໄປ ໂດຍຈະພົບເສິກໜັກກັບ ໂນວັກ ຢໍໂຄວິສ ອະດີດມື 1 ໂລກຊາວເຊິບ ອາຍຸ 31 ປີ ແຊ໊ມ 3 ສະໄໝ ທີ່ເປັນມື 8 ຂອງລາຍການ ເຊິ່ງເອົາຊະນະ ເຄອິ ນິຊິໂຄຣິ ມື 24 ຂອງລາຍການຈາກຍີ່ປຸ່ນ 3-1 ເຊັດ 6-3, 3-6, 6-2, 6-2.
ສ່ວນ ໂຣເຈີ ເຟເດີເຣີ ມື 1 ຂອງລາຍການຈາກສະວິດເຊີແລນ ອາຍຸ 36 ປີ ແຊ໊ມ 8 ສະໄໝ ຕົກຮອບໄປຢ່າງພິກຄາດໝາຍ ຫລັງເສຍໃຫ້ ເຄວິນ ແອນເດິສັນ ຈາກອາຟຣິກາໃຕ້ 2-3 ເຊັດ 6-2, 6-7 (5-7), 7-5, 4-6, 11-13 ເຮັດໃຫ້ ແອນເດິສັນ ອາຍຸ 32 ປີ ເປັນນັກເທັນນິດຊາວອາຟຣິກາໃຕ້ຄົນທຳອິດທີ່ຜ່ານເຂົ້າເຖິງຮອບຕັດເຊືອກລາຍການວິມເບິລດັນ ຕໍ່ຈາກ ເຄວິນ ເຄີເຣນ ໃນປີ 1983.