ມາເລເຊຍຈັບເຈົ້າມືຮັບພະນັນບານ 589 ຄົນ
ໜັງສືພິມເດິສະຕຣາຂອງມາເລເຊຍ ລາຍງານວ່າ: ຕຳຫລວດຈັບເຈົ້າມືຮັບພະນັນບານ 589 ຄົນ. ຂະນະທີ່ການແຂ່ງຂັນບານໂລກ 2018 ທີ່ປະເທດຣັດເຊຍ ຈະເຂົ້າສູ່ນັດຊີງຊະນະເລີດໃນວັນທີ 15 ກໍລະກົດນີ້.
ຫົວໜ້າຕຳຫລວດທ້ອງຖິ່ນ ກ່າວວ່າ: ເຈົ້າໜ້າທີ່ສາມາດຍຶດເງິນພະນັນບານໂລກໄດ້ປະມານ 420.000 ຣິງກິດ ໃນປະຕິບັດການກວາດລ້າງການພະນັນຜິດກົດໝາຍດັ່ງກ່າວ. ຕຳຫລວດກ່າວວ່າ: ເຈົ້າໜ້າທີ່ໄດ້ອອກປະຕິບັດການກວດຄົ້ນ 499 ແຫ່ງທົ່ວປະເທດມາແຕ່ວັນທີ 10 ມິຖຸນາ ກ່ອນໜ້າ 4 ມື້ເຂົ້າສູ່ໄລຍະການແຂ່ງຂັນບານໂລກ 2018. ເຈົ້າໜ້າທີ່ກ່າວວ່າ: ເຄືອຂ່າຍພະນັນລາຍໜຶ່ງຖືກຈັບໃນວັນທີ 10 ມິຖຸນາ ຂໍ້ຫາສົ່ງເສີມການພະນັນທາງອອນລາຍ. ຈາກປະຕິບັດການກວາດລ້າງພົບວ່າ: ເຄືອຂ່າຍຮັບແທງພະນັນມີແຫລ່ງມົ້ວສຸມຢູ່ຕາມຫ້ອງເຊົ່າ ເຊິ່ງເລີ່ມມາແຕ່ວັນທີ 6 ພຶດສະພາ ສ້າງເງິນໄດ້ 10 ລ້ານຣິງກິດ. ຕຳຫລວດພົບວ່າ: ບ່ອນຮັບພະນັນບານມີລູກຄ້າ 6.800 ຄົນ ໂດຍຍຶດອຸປະກອນຄອມພິວເຕີ 6 ໜ່ວຍ, ແລັບທ໊ອບ 2 ໜ່ວຍ, ແທັບເລັດ ແລະ ໂທລະສັບເຄື່ອນທີ່ 24 ໜ່ວຍ.