ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ

ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ - 052 - ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ
ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ - kitchen vibe - ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ

ໃນວັນທີ 10 ກໍລະກົດ ນີ້, ທ່ານ ຮອງເຈົ້າແຂວງ ຫົວພັນ ພ້ອມດ້ວຍຄະນະ ຮັບຜິດຊອບໂຄງການກໍ່ສ້າງ ອະນຸສອນສະຖານ ທ່ານ ຜູ້ນຳ 25 ທ່ານ ທີ່ຖ້ຳແມ ເຂດລາວຮຸ່ງພຽງສາເມືອງຊຽງຄໍ້ ເພື່ອຊຸກຍູ້ໃຫ້ການ ຈັດຕັ້ງປະຕິບັດໂຄງການ ດັ່ງກ່າວສຳເລັດທ່ວງທັນກັບ ການຈັດງານສະເຫລີມສະ ຫລອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໃນຕົ້ນປີໜ້າ.

 

ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ - Visit Laos Visit SALANA BOUTIQUE HOTEL - ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ

ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ - 017 - ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ

ໄປເມືອງວັງວຽງ-ລ່ອງເຮືອນ້ຳຊອງ-ທ່ອງທ່ຽວຖ້ຳຈັງ-ລອຍນ້ຳຖ້ຳປູ

ທ່ຽວຖ້ຳນ້ຳແອງທີ່ ແຂວງຫລວງນ້ຳທາ

ການກໍ່ສ້າງອະນຸສອນສະຖານ ດັ່ງກ່າວເພື່ອເປັນ ການລະນຶກມູນເຊື້ອວິລະກຳ ອັນອົງອາດກ້າຫານພາຍ ໃຕ້ການຊີ້ນຳ-ນໍາພາຂອງ ທ່ານປະທານ ໄກສອນ ພົມ ວິຫານ ໃນການກໍ່ ຕັ້ງກອງ ຮ້ອຍລາດຊະວົງ ໃນເວລາ ນັ້ນມີພຽງ 25 ທ່ານ ແຕ່ກໍສາ ມາດຍາດໄດ້ໄຊຊະນະອັນ ຫຍິງໃຫຍ່ຈົນສາມາດປົດ ປ່ອຍປະເທດຊາດໄດ້ຢ່າງ ສົມບູນໃນປີ 1975 ແລະ ສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວໃນປັດຈຸບັນ, ພ້ອມຈະ ກາຍເປັນແຫລ່ງທ່ອງທ່ຽວ ທາງ ປະຫວັດສາດອັນ ສຳຄັນຂອງລາວ ແລະ ເປັນ ບ່ອນຝຶກຝົນຫລໍ່ຫລອມຄົນ ຮຸ່ນໃໝ່ ໄດ້ມາຮຽນຮູ້ເອົາ ບົດຮຽນອັນລໍ້າ ຄ່າໃນການ ເຄື່ອນໄຫວປະຕິວັດອັນພິ ລະອາດຫານຂອງກອງ ຮ້ອຍລາດຊະວົງ.

ທ່ານ ຄຳຫລ້າ ດວງພະ ສຸກ ອຳນວຍການບໍລິສັດ ດວງພະສຸກ ກໍ່ສ້າງໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ປີ 2015 ຮອດປັດຈຸບັນມີຫລາຍວຽກ ສຳເລັດໂດຍພື້ນຖານຄື: ການກໍ່ສ້າງຫໍມູນເຊື້ອລາດ ຊະວົງ, ຫ້ອງການ ແລະ ເຮືອນພັກ, ສາລາພັກຜ່ອນ, ເດີ່ນ ແລະ ສວນດອກໄມ້, ປະຕູໂຂງ-ຮົ້ວເຫລັກກອ້ອມກົມມະລຽນ, ບ່ອນຈອດລົດ- ສະໜາມກິລາ, ທາງຍ່າງພາຍ ໃນກົມມະລຽນ, ປັບປຸງຖໍ້າ ແລະ ທາງຍ່າງໄປຖໍ້າ, ສ້າງ ເສັ້ນທາງແຕ່ຂົວນໍ້າມ່າຫາ ບ້ານສົບວັ້ນ, ລະບົບນໍ້າປະ ປາ, ໄຟຟ້າ, ເຂື່ອນຝາຍນໍ້າ ລົ້ນ, ຄວັດຮູບຈຳລອງ ປະ ທານໄກສອນ ພົມວິຫານ ແລະ ຮູບຈຳລອງນັກຮົບທັງ 25 ທ່ານ ດ້ວຍຫີນພູ ຄາດ ວ່າການກໍ່ສ້າງທັງໝົດຈະ ໃຫ້ສຳເລັດ 100% ໃນຕົ້ນ ເດືອນຕຸລານີ້./.

ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ - 052 - ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ

ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ - 5 - ຮອງເຈົ້າແຂວງຫົວພັນ ລົງກວດກາໂຄງການກໍ່ສ້າງອະນຸສອນສະຖານກອງຮ້ອຍລາດຊະວົງ ທີ່ຖ້ຳແມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!