5 ປັດໄຈລ້ຽງລູກໃຫ້ໄດ້ດີ
July 14, 2018 - 11:59 AM
ປັດໄຈທີ່ເຮັດໃຫ້ແມ່ໄວລຸ້ນ ແລະ ຄອບຄົວສາມາດລ້ຽງລູກໃຫ້ໄດ້ດີ ມີ 5 ປັດໄຈຄື:
- ການຍອມຮັບເດັກທີ່ເກີດມາ ແລະ ມີຄວາມຮູ້ສຶກຢາກລ້ຽງດູ, ອົດທົນທຸ່ມເທໃຈ ແລະ ໄດ້ຮັບແຮງໜຸນຈາກຄອບຄົວເດີມ.
- ແມ່ໄວລຸ້ນ ແລະ ຄອບຄົວມີຄວາມສໍາພັນທີ່ດີຕໍ່ກັນ ຊ່ວຍກັນລ້ຽງດູລູກ ເຮັດໃຫ້ລູກຮູ້ສຶກອົບອຸ່ນໃຈ ແລະ ມີຄວາມໝັ່ນຄົງຈິດໃຈ.
- ໄດ້ຮັບການສະໜັບສະໜູນເບິ່ງແຍງຊ່ວຍເຫຼືອດ້ານສັງຄົມ ແລະ ຈິດໃຈເຄື່ອຂ່າຍໃນຊຸມຊົນ
- ຕັ້ງເປົ້າໝາຍໃຫ້ລູກເຕີບໃຫຍ່ເປັນຄົນດີ, ລ້ຽງດູດ້ວຍຄວາມຮູ້ ແລະ ຝຶກນິໄສໃຫ້ລູກ.
- ແມ່ໄວລຸ້ນ ແລະ ສາມີ ພະຍາຍາມປັບຕົວເປັນຕົວຢ່າງທີ່ດີ, ປັບການໃຊ້ຊີວິດຈາກໝູ່ເພື່ອນມາຢູ່ກັບລູກ ແລະ ຄອບຄົວ.