ນະຄອນຫລວງວຽງຈັນ ເອົາໃຈໃສ່ສະກັດກັ້ນປະກົດການຫຍໍ້ທໍ້ໃນຮ້ານບັນເທີງບໍລິການ
ຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນ ຫລວງວຽງຈັນໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ນະຄອນຫລວງໄດ້ເອົາໃຈ ໃສ່ແກ້ໄຂຫົວໜ່ວຍທຸລະ ກິດບັນເທິງ ແລະ ບໍລິການ ຕ່າງໆ ນັບທັງມີໃບອະນຸຍາດ ແລະ ບໍ່ມີໃບອະນຸຍາດ ທີ່ມີ ຫາງສຽງຈາກສັງຄົມ, ແກ້ ໄຂບັນດາຫົວໜ່ວຍທຸລະ ກິດທີ່ຕັ້ງຢູ່ໃກ້ກັບສະຖາບັນ ການ ສຶກສາ, ວັດວາອາຮາມ ແລະ ສະຖານທີ່ສຳຄັນຕ່າງໆ ດ້ວຍການຫັນປ່ຽນການ ບໍລິການທີ່ບໍ່ມີສິ່ງມຶນເມົາ ແກ້ ໄຂບັນດາຮ້ານກິນດື່ມ, ຮ້ານບັນເທີງທີ່ເສບດົນຕີ ກາງແຈ້ງສົ່ງສຽງກະທົບຕໍ່ ຜູ້ຢູ່ໃກ້ຄຽງ, ແກ້ໄຂຮ້ານບັນ ເທີງຄາລາໂອເກະ, ຮ້ານ ກາເຟຢອດທີ່ເປັນບ່ອນ ເຄື່ອນໄຫວຂອງສາວບໍລິ ການ, ໂດຍມີການແບ່ງຂັ້ນ ຄຸ້ມຄອງບັນດາຫົວໜ່ວຍ ທຸລະກິດຕ່າງໆລະຫວ່າງຂັ້ນນະຄອນຫລວງວຽງຈັນ ແລະ ຂັ້ນເມືອງ. ໃນນີ້ຂັ້ນ ນະຄອນຫລວງວຽງຈັນໄດ້ອອກອະນຸຍາດບໍລິສັດທ່ອງທ່ຽວ 239 ແຫ່ງ, ໂຮງແຮມ 130 ແຫ່ງ, ເຮືອນພັກ 192 ແຫ່ງ, ຣີສອດ 22 ແຫ່ງ, ຮ້ານອາຫານ 106 ແຫ່ງ, ຮ້ານບັນເທີງ 18 ແຫ່ງ ແລະ ອື່ນໆ.
+ ບັນຫາຮ້ານກິນດື່ມໃກ້ສະຖານທີ່ການສຶກສາຍັງແກ້ບໍ່ຕົກ
+ ກະຊວງສຶກສາຈະເດັດຂາດເລີກຮື້ຮ້ານກິນດື່ມບັນເທີງຢູ່ໃກ້ສະຖາບັນການສຶກສາໃນວົງລັດສະໝີ 500 ແມັດ
ສຳລັບແຜນ¬ການ 6 ເດືອນທ້າຍປີ ຈະສືບຕໍ່ແກ້ ໄຂບັນດາຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດບໍ່ຖືກຕ້ອງຕາມລະບຽບກົດໝາຍ, ສຸມ ໃສ່ຊຸກຍູ້ແນະນຳບັນດາຜູ້ ປະກອບການທຸລະກິດດ້ານ ຖວທ ໃຫ້ຈັດຕັ້ງປະຕິບັດກົດ ໝາຍທີ່ກຳນົດໄວ້, ເຕົ້າໂຮມ ບັນດາທຸລະກິດທີ່ເປັນເປົ້າ ໝາຍຍັງຝ່າຝືນລະບຽບມາ ສຶກສາອົບຮົມ ແລະ ອື່ນໆ ເປັນຕົ້ນຮ້ານບັນເທີງ, ຮ້ານ ນວດ ແລະ ຈັດສັນຄວາມ ເປັນລະບຽບຮຽບຮ້ອຍ ຂອງ ບັນດາຮ້ານຂາຍເຄື່ອງຕາມ ເສັ້ນທາງຕ່າງໆໃຫ້ ເຂົາຮູ້ ລະບຽບ.
