ເມືອງຈັນທະບູລີປ່ອຍປາ 15 ພັນໂຕ ຄືນສູ່ທຳມະຊາດ
July 16, 2018 - 10:36 AM
ໃນວັນທີ 11 ກໍລະກົດນີ້ ຫ້ອງການກະສິກຳ ແລະ ປ່າ ໄມ້ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ, ໄດ້ຈັດພິທີ ປ່ອຍປາລົງສູ່ທຳມະຊາດ ເນື່ອງໃນໂອກາດວັນອະນຸ ລັກສັດນ້ຳ-ສັດປ່າແຫ່ງ ຊາດຢູ່ທີ່ກອງບັນຊາການ ທະຫານເມືອງຈັນທະບູລີ ຈຳນວນ 15 ພັນໂຕ ເພື່ອ ເປັນການປູກຈິດສຳນຶກ ສະຕິຮັກທຳມະຊາດໃຫ້ ແກ່ຮຸ່ນລູກຮຸ່ນຫລານສືບ ຕໍ່ໄປ, ພ້ອມທັງເຮັດໃຫ້ທຳ ມະຊາດນັບມື້ນັບມີຄວາມ ສົມບູນຂຶ້ນເລື້ອຍໆ ໂດຍມີ ທ່ານ ຮອງເຈົ້າເມືອງພ້ອມ ຄະນະ ແລະ ມວນຊົນເຂົ້າ ຮ່ວມເປັນຈຳນວນຫລາຍ.
ຜູ້ລາຍງານຂ່າວໃຫ້ຮູ້ ວ່າ: ການປ່ອຍປາຂອງ ເມືອງ ຈັນທະບູລີໄດ້ເລີ້ມ ແຕ່ປີ2.000 ເຖິງປັດຈຸ ບັນໄດ້ປ່ອຍປາທັງໝົດ 344.000 ໂຕ, ສຳລັບປີ 2018 ແມ່ນປ່ອຍປາ ຂະໜາດໃຫຍ່ມີປານິນ ແລະ ປາໄນເພື່ອຄືນສູ່ທຳ ມະຊາດ.
+ ປີນີ້ທົ່ວປະເທດມີແຜນປ່ອຍປາໃຫ້ໄດ້ 45 ລ້ານໂຕ
+ ປີນີ້ລາວຈະປ່ອຍປາ 5 ລ້ານໂຕສູ່ແຫລ່ງນໍ້າທໍາມະຊາດ