ເອັສຊີຈີ ເມືອງທອງ ກຽມພົບທີມຊາດ
ໃນວັນທີ16 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວກຽມຄວາມພ້ອມໃນການແຂ່ງຂັນອາຊຽນທົວ2018 ລະຫວ່າງ ທີມຊາດລາວ ພົບກັບ ສະໂມສອນ ເມືອງທອງ ຢູໄນເຕັດ ເຊິ່ງຈະຈັດຂຶ້ນໃນທ້າຍເດືອນສິງຫານີ້ ເຊິ່ງໃຫ້ກຽດຖະແຫລງຂ່າວໂດຍ ທ່ານ ຄໍາແພງ ວົງຂັນຕິ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ບັນຊາ ໄຊພົມ ກໍາມະການຜູ້ຈັດການບໍລິສັດ ເອັສຊີຈີ ເທດດີ້ງລາວ-ໃນທຸລະກິດຊີມັງ ແລະ ວັດສະດຸກໍ່ສ້າງ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ທ່ານ ບັນຊາ ໄຊພົມ ໄດ້ກ່າວວ່າ: ເອັສຊີຈີ ມີຄວາມມຸ້ງໝັ້ນເປັນສ່ວນໜຶ່ງຂອງການພັດທະນາ ສປປ ລາວ ໃນຫລາຍດ້ານ ລວມທັງເຍົາວະຊົນກິລາ ຈຶ່ງຈັດການແຂ່ງຂັນຄັ້ງນີ້ຂຶ້ນມາ ໂດຍຈະຈັດຂຶ້ນໃນວັນທີ 31 ສິງຫາ 2018 ທີ່ສະໜາມກິລາແຫ່ງຊາດຫລັກ16 ເຊິ່ງຈະເປັນປະໂຫຍດຕໍ່ການພັດທະນາສັກກະຍາພາບດ້ານກິລາບານເຕະຂອງທັງສອງຝ່າຍ ໂດຍຄັ້ງນີ້ເປັນຄັ້ງທີ 2 ທີ່ ເອັສຊີຈີ ນໍາທີມເອັສຊີຈີ ເມືອງທອງ ຢູໄນເຕັດ ມາ ສປປ ລາວ ເຊິ່ງໄລຍະຜ່ານມາໄດ້ຮັບການຕອບຮັບເປັນຢ່າງດີ ໂດຍມີຜູ້ເຂົ້າເບິ່ງຫລາຍກວ່າ 9.000 ຄົນ. ດັ່ງນັ້ນ ຈຶ່ງຈັດການແຂ່ງຂັນຄັ້ງນີ້ຂຶ້ນມາຕື່ມອີກ.