ຄື້ນຄວາມຮ້ອນແຜ່ປົກຄຸມພື້ນທີ່ ປະສົບໄພນ້ຳຖ້ວມໃນຍີ່ປຸ່ນ

- 1531730658176 800x0 - ຄື້ນຄວາມຮ້ອນແຜ່ປົກຄຸມພື້ນທີ່ ປະສົບໄພນ້ຳຖ້ວມໃນຍີ່ປຸ່ນ
- kitchen vibe - ຄື້ນຄວາມຮ້ອນແຜ່ປົກຄຸມພື້ນທີ່ ປະສົບໄພນ້ຳຖ້ວມໃນຍີ່ປຸ່ນ

​ເຈົ້າໜ້າ​ທີ່​ຍີ່ປຸ່ນ​ກ່າວ​ວ່າ: ຄື້ນຄວາມ​ຮ້ອນ​ຮຸນ​ແຮງ​ແຜ່​ປົກ​ຄຸມ​ໃນ​ພື້ນທີ່​ປະສົບ​ອຸ​ທົກ​ກະ​ໄພ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນ​ໃນ​ວັນ​ທີ 16 ກໍລະກົດ​ນີ້ ສົ່ງ​ຜົນ​ກະທົບ​ຕໍ່​ການ​ເຮັດ​ຄວາມ​ສະອາດ ລວມທັງ​ຜູ້​ລອດ​ຊີວິດ ​ແລະ ໜ່ວຍ​ກູ້​ໄພ​ທ່າມກາງ​ອຸນຫະພູມ​ເພີ່ມ​ຂຶ້ນ ຫລັງ​ຈາກ​ຝົນຕົກ​ໜັກ ​ແລະ ນ້ຳຖ້ວມ ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 200 ຄົນ.

ໜ່ວຍ​ກູ້​ໄພ​ຫລາຍ​ໝື່ນ​ຄົນ​ຍັງ​ຂຸດ​ຄົ້ນຕາມ​ຊາກ​ຫັກ​ພັງ​ເພື່ອ​ຄົ້ນຫາ​ສົບ ພາຍຫລັງ​ຍີ່ປຸ່ນ​ປະສົບ​ໄພພິບັດ​ຈາກ​ສະພາບ​ອາກາດ​ຄັ້ງຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ​ກວ່າ 30 ປີ. ຂະນະ​ທີ່​ອຸນຫະພູມ​ເພີ່ມ​ຂຶ້ນ​ເໜືອ 35 ອົງສາ ​ໃນ​ພື້ນທີ່​ປະສົບ​ໄພ​ນ້ຳຖ້ວມ ​ແລະ ດິນ​ເຈື່ອນ, ຄາດ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ 219 ຄົນ​ຈະ​ເພີ່ມ​ຂຶ້ນອີກ ​ເນື່ອງ​ຈາກ​ມີ​ຜູ້​ສູນຫາຍ​ຢ່າງ​ໜ້ອຍ 21 ຄົນ ​ແລະ ອຸນຫະພູມ​ທີ່​ເພີ່ມ​ຂຶ້ນຍິ່ງ​ສ່ຽງ​ຕໍ່​ຜູ້​ມີ​ບັນຫາ​ສຸຂະພາບ​ຢູ່​ແລ້ວ. ຜູ້​ລອດ​ຊີວິດ​ປະມານ 4.700 ຄົນ​ຕ້ອງ​ອົບ​ພະຍົບ​ໄປ​ຢູ່​ສູນ​ອາ​ໄສ ຫລັງ​ຈາກ​ນ້ຳຖ້ວມ ​ແລະ ດິນ​ເຈື່ອນ​ຖົມ​ເຮືອນ. ນອກຈາກ​ນີ້ ຍັງ​ບໍ່​ສາມາດ​​ແຈກ​ຈ່າຍ​ນ້ຳປະປາ​ໃຫ້​ແກ່​ປະຊາຊົນ​ອີກ​ຈຳນວນ​ຫລາຍ​ໄດ້.

- Visit Laos Visit SALANA BOUTIQUE HOTEL - ຄື້ນຄວາມຮ້ອນແຜ່ປົກຄຸມພື້ນທີ່ ປະສົບໄພນ້ຳຖ້ວມໃນຍີ່ປຸ່ນ
- 4 - ຄື້ນຄວາມຮ້ອນແຜ່ປົກຄຸມພື້ນທີ່ ປະສົບໄພນ້ຳຖ້ວມໃນຍີ່ປຸ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!