ແນະນໍາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ພັດທະນາ
ໃນວັນທີ 16-17 ກໍລະກົດນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເຜີຍແຜ່ແນະນໍາການຜັນຂະຫຍາຍດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຂຶ້ນທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ, ໂດຍທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເພື່ອເຜີຍແຜ່ເນື້ອໃນຂອງດໍາລັດ 348/ລບ ແລະ ບົດແນະນໍາ 0830/ກປ ໃຫ້ບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຮັບຮູ້ເຂົ້າໃຈເປັນເອກະພາບ ແລະ ດຳເນີນການຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ.
ທ່ານ ລຽນ ທິແກ້ວ ໃຫ້ຮູ້ວ່າ: ດໍາລັດສະບັບນີ້ປະກອບມີ 6 ໝວດ, 19 ມາດຕາ ຄື: ມາດຕາ 7 ໄດ້ກໍານົດມາດຕະຖານຄອບຄົວພັດທະນາ ຊຶ່ງປະກອບດ້ວຍ 5 ເງື່ອນໄຂ; ມາດຕາ 8 ມາດຕະຖານບ້ານພັດທະນາ ຊຶ່ງປະກອບດ້ວຍ 11 ເງື່ອນໄຂ, ມາດຕາ 9 ມາດຕະຖານ ເມືອງເຂັ້ມແຂງຮອບດ້ານ ຊຶ່ງປະກອບ 10 ເງື່ອນໄຂ; ມາດຕາ 10 ມາດຕະຖານບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ຊຶ່ງປະກອບດ້ວຍ 14 ເງື່ອນໄຂ ແລະ ດໍາລັດສະບັບນີ້, ຍັງໄດ້ກໍານົດມາດຕະຖານພົ້ນທຸກ ເພື່ອເປັນພື້ນຖານໃຫ້ແກ່ການກໍານົດເປົ້າໝາຍແກ້ໄຂຄວາມທຸກຍາກ ໂດຍເລີ່ມຈາກການສ້າງຄອບຄົວໃຫ້ພົ້ນທຸກ, ສ້າງຄອບຄົວພັດທະນາ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງນ້ອຍແລະ ສ້າງເມືອງເຂັ້ມແຂງຮອບດ້ານ ໃຫ້ສອດຄ່ອງກັບປະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ. ມາດຕະຖານພົ້ນທຸກ ແມ່ນການກໍານົດເງື່ອນໄຂພື້ນຖານທາງດ້ານເສດຖະກິດ-ສັງຄົມ ເພື່ອວັດແທກຄອບຄົວ, ບ້ານ, ເມືອງພົ້ນທຸກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດໃນແຕ່ລະໄລຍະ. ສ່ວນມາດຕະຖານພັດທະນາ ແມ່ນກໍານົດບັນດາເງື່ອນໄຂທີ່ມີລັກສະນະຮອບດ້ານ ເພື່ອວັດແທກຜົນສໍາເລັດຂອງການສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງປະເທດໃນແຕ່ລະໄລຍະ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ແລກປ່ຽນ ຄໍາຄິດຄໍາເຫັນ ເພື່ອໃຫ້ບັນດາຂະແໜງການ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ນໍາໄປເປັນພື້ນຖານ ໃນການປັບປຸງມາດຕະຖານຂອງຂະແໜງການ, ອົງການຕົນ ໃຫ້ສອດຄ່ອງກັບດໍາລັດ ແລະ ບົດແນະນໍາສະບັບນີ້.