ຈັບພໍ່ຄ້າ ຢາເສບຕິດ 52 ຖົງ Heroin ແລະ 25 ກິໂລ ສານເສບຕິດ ຢຸ່ດ່ານຊາຍແດນ ລາວ-ຫວຽດ Cau Treo
July 18, 2018 - 5:28 PM

ຕອນແລງຂອງວັນທີ 17/7/2018 ຕຳຫລວດປາບປາມເສບຕິດ ປະສານສົບທົບກັບຕຳຫລວດຊາຍແດນ ໄດ້ຮັບແຫລ່ງຂ່າວວ່າຈະມີການລັກລອບຂົນຢາເສບຕິດຈຳນວນຫລາຍໂດຍໄຊ້ຍານພາຫະນະລົດກະບະ ປ້າຍລົດ ກກ7717 ຜ່ານຊາຍແດນລາວ – ຫວຽດ ນ້ຳພ້າວ ຫບັກ 20 ເຂົ້າສູ່ ແຂວງ ຮ່າຕິງ ຫວຽດນາມ ຫລັງຈາກເຈົ້າຫນ້າເຂົ້າໄປກວດຄົ້ນເຫັນ 52 ຖົງ Heroin ແລະ 25 ກິໂລ ສານເສບຕິດທີ່ມີສານ methamphetamine (meth) ແລະ amphethamine ຊຸກຊ້ອນໃນກະເປົາເດີນທາງ ແລະ ໄດ້ຈັບຜູ້ຕ້ອງສົງໃສ 3 ຄົນ. ໃນເບື່ອງຕົ້ນທາງເຈົ້າຫນ້າຈະກັກຕົວຜູ້ຕ້ອງສົງໃສ ແລະ ສືບສວນດຳເນີນຄະດີໃນຂັ້ນຕໍ່ໄປ