ອຸຕຸເຕືອນພາຍຸເຂດຮ້ອນເຊິນຕິນຈະຜ່ານລາວແຕ່ວັນທີ 18-20 ກໍລະກົດນີ້
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໃຫ້ປະຊາຊົນຢູ່ເຂດພາກເໜືອ ແລະ ພາກກາງ ສືບຕໍ່ມີສະຕິກຽມພ້ອມຮັບມືກັບສະພາບຝົນ ແລະ ລົມແຮງ, ຊຶ່ງອາດຈະມີນ້ຳຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງ, ຕົ້ນໄມ້ຫັກທີ່ເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນ, ຫລັງຈາກເຫັນວ່າພາຍຸເຂດຮ້ອນເຊິນຕິນ (SON-TINH) ຫົວທີ 9 ປະຈຳປີ 2018 ໄດ້ປົກຄຸມຢູ່ເຂດເກາະໄຮໜານ ໃນວັນທີ 18 ກໍລະກົດນີ້ ຢູ່ເສັ້ນຂະໜານ 18,5 ອົງສາເໜືອ ແລະ ເສັ້ນແວງທີ 109,6 ອົງສາຕາເວັນອອກ ເຊິ່ງຫ່າງຈາກແຂວງວິ່ງ ສສ ຫວຽດນາມ 400 ກິໂລແມັດ ແລະ ພວມເຄື່ອນທີ່ມາທາງຕາເວັນຕົກດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ ແລະ ເຄື່ອນທີ່ເຂົ້າຝັ່ງເຂດແຂວງວິ່ງໃນຕອນຄໍ່າວັນທີ 18 ກໍລະກົດນີ້ ແລ້ວຈະຜ່ານແຂວງຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ, ຊຽງຂວາງ ແລະ ຫລວງພະບາງ ໃນວັນທີ 18-19 ກໍລະກົດນີ້, ຈາກນັ້ນກໍຈະອ່ອນກຳລັງລົງເປັນພາຍຸດີເປຼຊັນ ແລະ ຜ່ານແຂວງອຸດົມໄຊ, ຫລວງນ້ຳທາຕາມລຳດັບ ເຊິ່ງຈະເຮັດໃຫ້ມີຝົນຕົກເປັນບໍລິເວນກວ້າງໃນເຂດພາກກາງ ແລະ ພາກເໜືອ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນວັນທີ 18-20 ກໍລະກົດ. ດັ່ງນັ້ນ ຂໍໃຫ້ກະກຽມເຄື່ອນຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນປອດໄພ, ພ້ອມທັງຕິດຕາມສະພາບອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.