ຈີນຍຶດງາຊ້າງແມມມອດ 156 ກິ່ງ ນຳເຂົ້າຈາກຣັດເຊຍ
ສື່ທາງການຈີນລາຍງານວ່າ: ພາສີ-ອາກອນຍຶດໄດ້ງາຊ້າງແມມມອດສະໄໝກ່ອນປະຫວັດສາດຈຳນວນ 156 ກິ່ງໃນລົດບັນທຸກທີ່ເດີນທາງມາຈາກຣັດເຊຍ.
ລາຍງານລະບຸວ່າ: ເຈົ້າໜ້າທີ່ຍຶດງາຊ້າງໄດ້ນັບແຕ່ເດືອນເມສາ ຈາກລົດບັນທຸກທີ່ຂ້າມເຂົ້າມາໃນແຂວງເຮຍຫລົງຈຽງ ທາງຕາເວັນອອກສຽງເໜືອ ເຊິ່ງມີຊາຍແດນຕິດກັບພາກພື້ນໄຊບີເຣຍຂອງຣັດເຊຍ, ແຕ່ພາສີ-ອາກອນຫາກໍປະກາດຂ່າວໃນມໍ່ໆນີ້. ນອກຈາກງາຊ້າງແມມມອດແລ້ວ ຍັງມີງາຊ້າງທຳມະດາ 2 ກິ່ງ ແລະ ອະໄຍວະຍະສັດອີກຫລາຍຊະນິດ ທັງໝົດຖືກຊຸກເຊື່ອງໄວ້ກອງຖົ່ວເຫລືອງ. ໜັງສືພິມພິເພິລເດລີລາຍງານວ່າ: ເຈົ້າໜ້າທີ່ຈັບກຸມຜູ້ຕ້ອງສົງໄສໄດ້ 8 ຄົນ ມີທັງຊາວຈີນ ແລະ ຊາວຣັດເຊຍ. ຂະນະທີ່ສຳນັກຂ່າວຊິນຮົວລາຍງານສິ່ງທີ່ຍຶດໄດ້ວ່າ: ປະກອບມີງາຊ້າງ 2 ກິ່ງ, ງາຊ້າງແມມມອດ 156 ກິ່ງ, ເຂົາແອນທິໂລບ 1.276 ອັນ, ແຂ້ວວອລຣັສ 406 ອັນ, ແຂ້ວທີ່ຍາວຄືງາຂອງວານນາວາລ 226 ອັນ, ປິງທະເລ 30 ກິໂລ ແລະ ແຂ້ວໝີຈຳນວນໜຶ່ງ ຕີລາຄາມູນຄ່າທັງໝົດປະມານ 106 ລ້ານຢວນ ເຊິ່ງເຈົ້າໜ້າທີ່ກຳລັງສອບສວນຢູ່.
ຈີນຫ້າມຈຳໜ່າຍ ແລະ ແປຮູບງາຊ້າງນັບແຕ່ປີກ່ອນ, ຫລັງຈາກຫ້າມນຳເຂົ້ານັບແຕ່ປີ 2014 ບວກກັບທົ່ວໂລກພະຍາຍາມຫ້າມການຄ້າງາຊ້າງເພື່ອປົກປ້ອງຊ້າງບໍ່ໃຫ້ສູນພັນ ສົ່ງຜົນໃຫ້ບັນດານັກຄ້າຂອງເຖື່ອນຫັນໄປຫາງາຊ້າງແມມມອດບູຮານ ເຊິ່ງສ່ວນຫລາຍຝັງຢູ່ໃນພາກພື້ນໄຊບີເຣຍ. ນອກຈາກນີ້ ຍັງມີຢູ່ເອີຣົບ ແລະ ອາເມລິກາເໜືອ.