ຍີ່ປຸ່ນເປີດໃຫ້ບໍລິການລົດໄຟສຸດຫລູ ປີ້ໃບລະ 10.000 ໂດລາສະຫະລັດ

ໂຕກຽວ 2 ພຶດສະພາ: ບໍລິສັດລົດໄຟຍີ່ປຸ່ນຕາເວັນອອກເລີ່ມເປີດໃຫ້ບໍລິການລົດໄຟຕູ້ນອນສຸດຫລູຮຸ່ນໃໝ່ເປັນມື້ທຳອິດໃນວັນທີ 1 ພຶດສະພານີ້ ໂດຍປີ້ຊັ້ນໜຶ່ງພ້ອມລາຍການທ່ອງທ່ຽວໂຕກຽວ-ຮອກໄກໂດ 4 ມື້ ໃນລາຄາ 10.000 ໂດລາສະຫະລັດ.
ຂະບວນລົດໄຟຫ້ອງຊຸດຊິກິຊິມະໄດ້ຮັບການຕົກແຕ່ງເພີ່ມຄວາມຫລູຫລາດ້ວຍສີຄຳ, ຂະນະທີ່ພື້ນທາງໃນປູດ້ວຍເຊື່ອທາທາມິ ແລະ ມີການຕິດຕັ້ງອ່າງອາບນ້ຳໄມ້ຮິໂນກິ, ສ່ວນເພດານເປັນແກ້ວໃສໄວ້ເບິ່ງວິວພາຍນອກລະຫວ່າງເດີນທາງ ແລະ ມີການສະແດງເປຍໂນໃນຕູ້ລົດໄຟສຳລັບຮັບປະທານອາຫານຄໍ່ານຳອີກ, ລາຄາປີ້ລົດໄຟຂະບວນນີ້ມີລາຄາເລີ່ມຕົ້ນ 320.000 ເຢນ ລວມບ່ອນພັກ ແລະ ອາຫານສຳລັບການທ່ອງທ່ຽວໃນໄລຍະເວລາສັ້ນໆ 2 ມື້, ເຖິງວ່າລາຄາປີ້ຈະແພງ ແຕ່ປັດຈຸບັນທຸກບ່ອນນັ່ງຖືກຈອງເຕັມໄປຈົນຮອດເດືອນມີນາປີໜ້າແລ້ວ.
ລາຍງານລະບຸວ່າ: ລົດໄຟຮອບປະຖົມມະລືກຈະພາຜູ້ໂດຍສານໂຊກດີທັງ 33 ຄົນເດີນທາງໄປສະຖານທີ່ຕ່າງໆເຊັ່ນ: ຣີສອດ, ນ້ຳພຸຮ້ອນ ແລະ ແຫລ່ງທ່ອງທ່ຽວມໍລະດົກທາງວັດທະນະທຳທາງຕອນເໜືອຂອງຍີ່ປຸ່ນ.