ຫາປາໄດ້ໜ້ອຍລົງ ຊາວເມືອງໂຂງ ປ່ຽນອາຊີບ!
ໂດຍ : ມຶກບໍ່ແຫ້ງ
ເມືອງໂຂງໄດ້ຊື່ວ່າເປັນອູ່ປາມາແຕ່ດຶກດຳບັນຂອງລາວ ແຕ່ເມື່ອອາທິດຜ່ານມາ ຜູ້ຂຽນໄດ້ໄປແວ່ເບິ່ງ ບ່ອນຊື້-ຂາຍປາ ທີ່ ບ້ານ ເວີນຄາມ ແມ່ຄ້າວ່າ ປາຫຼຸດລົງຫຼາຍ, ເມື່ອຫາປາບໍ່ໄດ້ ປະຊາຊົນໄປເຮັດຫຍັງແດ່?
ຈາກຂໍ້ມູນຂອງ ຄະນະກຳມາທິການແມ່ນໍ້າຂອງສາກົນ ໃຫ້ຮູ້ວ່າ ປະຊາຊົນເຂດລຸ່ມ ແມ່ນໍ້າຂອງອາໄສປາ ເປັນອາຫານ ເຊິ່ງສະໜອງໂປຣຕິນແກ່ປະຊາຊົນຫຼາຍກວ່າ 60% ແລະ ແນ່ນອນ ອາດຫຼາຍກວ່ານັ້ນ ເພາະ ປາແມ່ນ ທັງອາຫານ ແລະລາຍໄດ້ຕົ້ນຕໍຂອງເຂົາເຈົ້າ ໃນເຂດນີ້ມາແຕ່ດຶກດຳບັນ ເລີຍກໍວ່າໄດ້ ແຕ່ມາຮອດມື້ນີ້ ຈຳນວນປາທີ່ເຄີຍກອງກັນ ດັ່ງພູດັ່ງຜານັ້ນ ກຳລັງກາຍ ເປັນອາດີດໄປແລ້ວ.
ນາງ ພອນ ແມ່ຄ້າທີ່ລັດຊື້ປາຢູ່ ບ້ານເວີນຄາມ ເມືອງໂຂງເວົ້າວ່າ “ນັບແຕ່ສອງປີມາ ນີ້ ຈຳນວນປາ ທີ່ຈັບໄດ້ແມ່ນຫຼຸດລົງ ເພາະດຽວນີ້ເພິ່ນໄດ້ຫ້າມໃສ່ ຫຼີ່ ທີ່ເປັນການຫາ ແບບເມືອງນັ້ນແລ້ວ ແລະປະຊາຊົນ ອາໄສແຕ່ ການໃສ່ ຈັ່ນ, ຫຼອບ, ມອງ ເທົ່ານັ້ນ”.
ຫຼີ່ ແມ່ນການຫາປາແບບພື້ນເມືອງ ທີ່ຈັບປາໄດ້ເປັນຈຳນວນຫຼາຍໂຕນຕໍ່ປີ ຕໍ່ຫຼີ່ ແລ້ວ ຫຼີ່ ຈຶ່ງພິຈາລະນາວ່າ ເປັນການຫາປາແບບດັບສູນ, ເພາະສະນັ້ນ ລັດຖະບານ ຈຶ່ງໄດ້ຫ້າມການຫາປາດ້ວຍວິທີດັ່ງກ່າວ ເມື່ອບໍ່ເທົ່າໃດປີຜ່ານມາ.
ຫ່າງຈາກ ບ້ານເວີນຄາມປະມານ 4 ຫຼັກ ກໍແມ່ນບ້ານດອນຊະໂຮງ ທີ່ປະຊາຊົນຢູ່ ບ່ອນນີ້ກໍຫາກອາໄສ ປາເປັນ ອາຫານ ແລະລາຍໄດ້ຕົ້ນຕໍເຊັ່ນກັນ, ທ້າວ ທອງ ປະຊາຊົນບ້ານດອນຊະໂຮງ ເວົ້າວ່າ “ຕົນເອງອາໄສການຫາປາ ເພື່ອລ້ຽງຄອບ ຄົວມາແຕ່ຍັງນ້ອຍ, ແຕ່ກ່ອນ ປະມານ 4-5 ປີຄືນຫຼັງ ສາມາດຈັບປາໄດ້ເປັນ ຈຳນວນຫຼາຍ ໂດຍສະເພາະ ຈາກການໃສ່ຫຼີ່ ແຕ່ດຽວນີ້ ແມ່ນອາໄສແຕ່ການ ໃສ່ຈັ່ນເທົ່ານັ້ນ ລາຍໄດ້ທີ່ເຄີຍຮອດ 50 ລ້ານກີບຕໍ່ປີ ຄືແຕ່ກ່ອນ ມາດຽວນີ້ເກືອບບໍ່ຮອດ 10 ລ້ານ ຈຶ່ງໄດ້ຫາແນວອື່ນເຮັດແທນ”.
ຄອບຄົວ ທ່ານ ນາງ ພິລາວັນ ກໍມີການປ່ຽນແປງເລື່ອງອາຊີບຄືກັນ, ລາວເວົ້າວ່າ “ແຕ່ກ່ອນ ຄອບຄົວຂອງພວກເຮົາ ອາໄສການຫາປາເປັນອາຊີບຕົ້ນຕໍ ແຕ່ດຽວນີ້ ແມ່ນມາຕັ້ງຮ້ານຂາຍເຄື່ອງຍ່ອຍ, ຂາຍເບຍ”. ລາວເວົ້າຕໍ່ໄປວ່າ “ການຫາປາ ຄືແຕ່ກ່ອນແມ່ນບໍ່ໄດ້ອຶດນອນ ແຕ່ການຂາຍເບຍແມ່ນ ຕ້ອງໄດ້ຢູ່ເດິກທຸກມື້ ເພາະຕ້ອງເອົາໃຈລູດຄ້າ ທີ່ສ່ວນຫຼາຍເປັນກຳມະກອນ ທີ່ມາຮັບຈ້າງເຮັດວຽກ ຢູ່ໂຄງການກໍ່ສ້າງເຂື່ອນ ດອນຊະໂຮງ”.
ການຈັດສັນອາຊີບທົດແທນການຫາປາໃນເຂດດັ່ງກ່າວ ແມ່ນໄດ້ມີຄວາມພະຍາ ຍາມຢ່າງຕໍ່ເນື່ອງຈາກພາກລັດ ແລະພາກສ່ວນທີ່ກ່ຽວຂ້ອງ. ພວກເຮົາອາດຮູ້ດີວ່າ ການຫັນປ່ຽນວິຖີຊີວິດຈາກແບບດັ່ງເດີມ ທີ່ສືບທອດກັນມາຫຼາຍເຊັ່ນຄົນ ໄປສູ່ສະພາບແວດລ້ອມອັນໃໝ່ນັ້ນ ເປັນເລື່ອງທີ່ ທ້າທາຍຂອງປະຊາຊົນ, ອາດຕ້ອງໃຊ້ເວລາ ແລະຄວາມພະຍາຍາມ ຫຼາຍສົມຄວນ.
ປະຊາຊົນໃນເຂດດັ່ງກ່າວອາດພະຍາຍາມລຶມຄວາມຊົງຈຳທີ່ເຄີຍຈັບປາຈຳນວນຫຼວງຫຼາຍໄປຂາຍ ແລະກິນເປັນອາຫານ ໄປສູ່ຄວາມເປັນຈິງທີ່ພວກເຂົາຕ້ອງປັບຕົວ ຄຽງຄູ່ກັບການຊ່ວຍເຫຼືອຈາກ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງ ອາຊີບໃໝ່ ທີ່ຕ້ອງດີກວ່າເກົ່າ ໂດຍຖືເອົາວຽກງານການຈັດສັນອາຊີບແກ່ປະຊາຊົນທີ່ຖືກ ຜົນກະທົບຈາກໂຄງການພັດທະນາ, ຈາກ ນະໂຍບາຍຕ່າງໆ ເປັນບູລິມະສິດ ສຳຄັນຍິ່ງທີ່ຈະຕ້ອງໄດ້ປະຕິບັດ, ຕິດຕາມ, ປະເມີນຜົນ ແລະປັບປຸງຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ຈາກພາກສ່ວນທີ່ກ່ຽວຂ້ອງຈຶ່ງຈະເຮັດໃຫ້ປະຊາຊົນມີຊີວິດການ ເປັນຢູ່ທີ່ດີຂຶ້ນໄດ້.