ເຮືອນຳທ່ຽວຂວ້ຳກາງທະເລສາບ ໃນລັດມິສຊູຣີ ເສຍຊີວິດ 11 ຄົນ
July 20, 2018 - 3:38 PM
ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດເຮືອນຳທ່ຽວດັ້ກໂບ໊ດ ຈາກການມີຮູບຮ່າງຄືເປັດ ໂດຍສາມາດເປັນທັງລົດ ແລະ ເຮືອໄດ້ຕາມແຕ່ສະຖານະການ ຂວ້ຳກາງທະເລສາບເທເບິລ ຣ໊ອກ ໃກ້ກັບເມືອງແບຣນສັນ ທາງຕາເວັນຕົກສຽງໃຕ້ຂອງລັດມິສຊູຣີ ໃນຕອນຄໍ່າຂອງວັນທີ 19 ກໍລະກົດຕາມເວລາທ້ອງຖິ່ນ ເບື້ອງຕົ້ນພົບຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ແລະ ຍັງມີຜູ້ສູນຫາຍອີກ 5 ຄົນ.
ຂະນະທີ່ສາເຫດຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເຊິ່ງຍັງບໍ່ມີການຕັ້ງສົມມຸດຖານໃດໆ, ແຕ່ມີລາຍງານວ່າ: ໃນໄລຍະເວລາເກີດເຫດມີພາຍຸຮຸນແຮງໃນພື້ນທີ່.