ສະຖິຕິໂລກ ! ລີເວີພູລ ເປີດໂຕ ອາລິສຊອນ ເບັກເກີ ຜູ້ຮັກສາປະຕູທີມຊາດບຣາຊິລ
ລີເວີພູລ ເປີດໂຕ ອາລິສຊອນ ເບັກເກີ ຜູ້ຮັກສາປະຕູຄ່າໂຕແພງສຸດໃນໂລກ 66 ລ້ານ 8 ແສນປອນ ຫລື ປະມານ 70 ລ້ານເອີໂຣ ທຳລາຍສະຖິຕິຂອງ ຈານລຸຍຈິ ບຸບຟ໋ອນ ທີ່ຍ້າຍຈາກ ປາຣມ້າ ມາຢູ່ກັບ ຢູເວັນຕຸສ ໃນປີ 2001 ມູນຄ່າ 53 ລ້ານເອີໂຣ (ອີງຕາມການແລກປ່ຽນເງິນສະໄຫມນັ້ນ ຖ້າປຽບທຽບໃສ່ເງິນປອນປະມານ 33 ລ້ານປອນ).
ປັດຈຸບັນ ອາລິສຊອນ ອາຍຸ 25 ປີ ເປັນຜູ້ຮັກສາປະຕູທີມຊາດບຣາຊິລ ຊຸດບານໂລກ 2018. ອາລິສຊອນ ຍ້າຍຈາກສະໂມສອນໂຣມ້າ ທີມຊັ້ນນຳໃນກາລໂຊ້ ເຊຣີອາ ອີຕາລີ ມາເຊັນສັນຍາກັບ ລີເວີພູລ 6 ປີ.
ປັດຈຸບັນ ລີເວີພູລ ເປັນເຈົ້າຂອງສະຖິຕິຊື້ກອງຫລັງແພງສຸດ 75 ລ້ານປອນ ເວີຈິວຟານໄດ໋ ຈາກເຊົາແທ໋ມຕັນ ໃນເດືອນມັງກອນ ປີ 2018.
ປີນີ້ເສີມທັບໄປແລ້ວ 160 ກວ່າລ້ານປອນ ໄດ້ມາແລ້ວ 4 ຄົນຄື: ນາບີ ເກອີຕ້າ ກອງກາງຊາວກີນີ ຈາກ RB Leipzig 48 ລ້ານປອນ, ຟາບິນໂຢ້ ກອງກາງອາຍຸ ປີ ຊາວບຣາຊິລ ຈາກ Monaco 40 ລ້ານປອນ ແລະ ເຊີດານ ຊາກີຣີ ກອງກາງທີມຊາດສະວິດເຊີແລນ 13 ລ້ານປອນ.