ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ

- Lao media Contest - ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ
- kitchen vibe - ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ

ເມື່ອທ້າຍອາທິດຜ່ານມານີ້, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທັງເປັນ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ສະມາຄົມນັກຂ່າວແຫ່ງ ສປປ ລາວ ກຽມຄັດເລືອກຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ ເພື່ອຕ້ອນຮັບວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ 68 ປີ (13 ສິງຫາ 1950-13 ສິງຫາ 2018) ແລະ ປີທ່ອງທ່ຽວລາວ 2018 ໃຫ້ມີຄວາມໝາຍ ແລະ ເປັນຂະບວນຟົດຟື້ນ.

ທ່ານປະທານສະມາຄົມນັກຂ່າວ ໃຫ້ຮູ້ວ່າ: ການຄັດເລືອກຜະລິດຕະພັນສື່ ແລະ ການພິມຈຳໜ່າຍດີເດັ່ນຄັ້ງນີ້ ພາຍໃຕ້ຫົວຂໍ້: “ປີທ່ອງທ່ຽວລາວ 2018” ຊຶ່ງແບ່ງເປັນປະເພດຂ່າວ, ບົດສາລະຄະດີ, ພາບນິ້ງ, ວິດີໂອທີ່ຕິດພັນກັບການໂຄສະນາປີທ່ອງທ່ຽວລາວ 2018 ແລະ ປຶ້ມຂໍ້ມູນຂ່າວສານການທ່ອງທ່ຽວລາວ 2018, ປະເພດໃດໄດ້ຮັບຊະນະເລີດຈະມີລາງວັນເງິນສົດ 5 ລ້ານກີບ, ພ້ອມໃບກຽດຕິຄຸນ. ສ່ວນການກໍານົດເງື່ອນໄຂ ແລະ ມາດຖານຂອງຜະລິດຕະພັນດີເດັ່ນນັ້ນແມ່ນມາຈາກອົງການສື່ມວນຊົນ ແລະ ສຳນັກພິມຕ່າງໆ ເປັນຕົ້ນ: ໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ, ໂທລະພາບ, ໂຮງພິມ ຫລື ສໍານັກພິມ ໃນຂອບເຂດທົ່ວປະເທດ, ໂດຍຄັດເລືອກເອົາຜະລິດຕະພັນດີເດັ່ນຂອງຕົນທີ່ຄິດວ່າມີຄວາມໂດດເດັ່ນເພື່ອ ສົ່ງເຂົ້າແຂ່ງຂັນໂດຍບໍ່ເສຍຄ່າ ແລະ ຜະລິດຕະພັນທີ່ຈະສົ່ງໄປຕ້ອງມີການເຊັນຢັ້ງຢືນຈ້ຳກາຈາກອົງການທີ່ສັງກັດຢູ່ ແລະ ບໍ່ເຄີຍສົ່ງໄປແຂ່ງຂັນຢູ່ບ່ອນອື່ນ, ພ້ອມທັງໃຫ້ຄົບປັດໄຈອົງປະກອບຂອງການຂຽນຂ່າວ, ບົດຄວາມຕ້ອງມີເນື້ອໃນສ່ອງແສງເຖິງປີທ່ອງທ່ຽວລາວ 2018 ແລະ ພິມ ຫລື ກະຈາຍອອກໃນລະຫວ່າງວັນທີ 13 ສິງຫາ 2017 ຫາ ວັນທີ 5 ສິງຫາ 2018. ອົງການສື່ມວນຊົນ ຫລື ສໍານັກພິມຕ້ອງອັດທັງຜະລິດຕະພັນດີເດັ່ນ, ຊື່ຫົວຂໍ້, ຄວາມຍາວ, ວັນອອກອາກາດ ຫລື ຈໍາໜ່າຍ, ຊື່ຜູ້ຜະລິດ, ຊື່ທີ່ຢູ່ ແລະ ເລກໂທລະສັບຕິດຕໍ່ຂອງຜູ້ສົ່ງລົງໃສ່ແຜ່ນ CD ຫລື DVD ຢ່າງລະ 2 ແຜ່ນ ແລ້ວຕິດໜ້າປົກທີ່ມີຂໍ້ມູນພື້ນຖານໃສ່ແລ້ວສົ່ງມາທີ່ສະມາຄົມນັກຂ່າວແຫ່ງ ສປປ ລາວ (ອາຄານຫລັງໃໝ່) ຢູ່ບ້ານດົງໂພນແຮ່, ເມືອງຫາດຊາຍຟອງ ຫລື ຫ້ອງການສະຖານີໂທລະພາບແຫ່ງຊາດລາວບໍ່ໃຫ້ກາຍວັນທີ 5 ສິງຫາ 2018 ແລະ ການມອບ ລາງວັນຈະໄດ້ຈັດຂຶ້ນມື້ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພີມຈໍາໜ່າຍແຫ່ງຊາດ 13 ສິງຫາ 2018.

- Visit Laos Visit SALANA BOUTIQUE HOTEL - ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ
- 3 - ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ
- 4 - ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ
- 5 - ລາວກຽມປະກວດຜະລິດຕະພັນສື່ມວນຊົນ ແລະ ການພິມຈຳໜ່າຍດີເດັ່ນ