ພຽງສອງເດືອນການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງລາວ ບັນລຸ 1.765 ກວ່າລ້ານໂດລາ

ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມູນຄ່າການນຳເຂົ້າ ແລະ ການສົ່ງອອກ ສິນຄ້າຂອງລາວໃນໄລຍະ 2 ເດືອນຜ່ານມາ ບັນລຸໄດ້ 1.765 ລ້ານໂດລາສະຫະລັດ ເຊິ່ງສິນຄ້າສົ່ງອອກຫລັກແມ່ນໄຟຟ້າ, ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ເຄື່ອງໃຊ້ໄຟຟ້າ, ຄຳປະສົມ ແລະ ເຄື່ອງນຸ່ງຫົ່ມ, ສ່ວນສິນຄ້ານຳເຂົ້າຕົ້ນຕໍແມ່ນນໍ້າມັນເຊຶ້ອໄຟ (ນໍ້າມັນແອັດຊັງ, ກາຊວນ ແລະ ກາດ), ເຄື່ອງໃຊ້ໄຟຟ້າ, ພາຫະນະທາງບົກ, ຊິ້ນສ່ວນອາໄຫລ່ ແລະ ອຸປະກອນກົນຈັກ, ໃນນັ້ນ ສະເພາະເດືອນມິຖຸນາຜ່ານມາ ມູນຄ່າການນໍາເຂົ້າ ແລະ ສົ່ງອອກບັນລຸໄດ້ທັງໝົດ 796,7 ລ້ານໂດລາສະຫະລັດ ຫລຸດລົງ 17,8% ເມື່ອທຽບໃສ່ເດືອນຜ່ານມາ ໃນນີ້ການສົ່ງອອກປະຕິບັດໄດ້ຫລາຍກວ່າ 400 ລ້ານໂດລາສະຫະລັດ ຫລຸດລົງ 10,8% ທຽບໃສ່ເດືອນຜ່ານມາ. ປະເທດສົ່ງອອກຕົ້ນຕໍ ແມ່ນ: ໄທ ມີມູນຄ່າ 179 ລ້ານໂດລາສະຫະລັດ, ຈີນ 105 ລ້ານກວ່າໂດລາ, ຫວຽດນາມ 59 ລ້ານໂດລາ, ອິນເດຍ 19 ລ້ານໂດລາ ແລະ ເຢຍລະມັນ 4,9 ລ້ານໂດລາ.
ສ່ວນການນໍາເຂົ້າບັນລຸໄດ້ 396 ລ້ານໂດລາສະຫະລັດ ຫລຸດລົງ 23,9% ທຽບໃສ່ເດືອນຜ່ານມາ, ປະເທດທີ່ ສປປ ລາວ ນໍາເຂົ້າສ່ວນໃຫຍ່ຍັງແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດເຊັ່ນ: ໄທ ມູນຄ່າ 256 ລ້ານໂດລາ, ຈີນ 57 ລ້ານໂດລາ ແລະ ຫວຽດນາມ ມູນຄ່າ 49 ລ້ານໂດລາ. ນອກນັ້ນ ຍັງນໍາເຂົ້າມາຈາກປະເທດຍີ່ປຸ່ນ 6,3 ລ້ານໂດລາສະຫະລັດ, ສ.ເກົາຫລີ 3 ລ້ານໂດລາສະຫະລັດ, ແບນຊິກ 3 ລ້ານໂດລາສະຫະລັດ ແລະ ຮົງກົງ 2,2 ລ້ານໂດລາ.
ສຳລັບມູນຄ່າການຳເຂົ້າ ແລະ ສົ່ງອອກເດືອນພຶດສະພາຜ່ານມາ ບັນລຸໄດ້ຫລາຍກວ່າ 969 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 11,5% ເມື່ອທຽບໃສ່ເດືອນກ່ອນ ໃນນີ້ການສົ່ງອອກປະຕິບັດໄດ້ 449 ລ້ານກວ່າໂດລາ ເພີ່ມຂຶ້ນ 11,9%. ປະເທດສົ່ງອອກຕົ້ນຕໍແມ່ນ: ໄທ ມີມູນຄ່າ 217 ລ້ານກວ່າໂດລາສະຫະລັດ, ຈີນ 108 ລ້ານກວ່າໂດລາ, ຫວຽດນາມ 66,4 ລ້ານໂດລາ, ອິນເດຍ 13,2 ລ້ານໂດລາ ແລະ ເຢຍລະມັນ 8,1 ລ້ານໂດລາ, ສ່ວນການນໍາເຂົ້າບັນລຸໄດ້ກວ່າ 520 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 11,2% ເຊິ່ງການນໍາເຂົ້າສ່ວນໃຫຍ່ແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ເປັນຕົ້ນແມ່ນ ໄທ ມີມູນຄ່າ 297 ລ້ານໂດລາ, ຈີນ 96,2 ລ້ານໂດລາ ແລະ ຫວຽດນາມ ມູນຄ່າກວ່າ 69 ລ້ານໂດລາສະຫະລັດ. ນອກນັ້ນ ຍັງນໍາເຂົ້າມາຈາກປະເທດ ສ.ເກົາຫລີ 8,8 ລ້ານໂດລາ, ຍີ່ປຸ່ນ 8,7 ລ້ານໂດລາ, ອິນໂດເນເຊຍ 7,4 ລ້ານໂດລາ ແລະ ອົດສະຕຣາລີ 5,6 ລ້ານໂດລາສະຫະລັດ.