ສັບພະຄຸນດີໆຈາກໝາກຕານ
July 20, 2018 - 4:35 PM
- ໝາກຕານມີສັບພະຄຸນຊ່ວຍເຮັດໃຫ້ສົດຊື່ນ, ຮາກ, ງວງ ຫລື ໜໍ່ຕານ ເອົາມາຕົ້ມກັບນຳ້ດື່ມຊ່ວຍບຳລຸງກຳລັງໃຫ້ຈິດໃຈສົດຊື່ນແຈ່ມໃສຂຶ້ນ.
- ໝາກຕານຊ່ວຍຫລຸດໄຂ້, ຮາກພາກສ່ວນທີ່ຢູ່ເໜືອພື້ນດິນ ເອົາມາຕົ້ມຈະມີລົດຊາດຫວານເຢັນປົນຝາດໜ້ອຍໜຶ່ງ ຊ່ວຍຫລຸດພິດໄຂ້, ແກ້ຮ້ອນໃນກະຫາຍນຳ້.
- ຊ່ວຍຫລຸດກົດໃນກະເພາະອາຫານ ໂດຍການເອົາເປືອກໝາກຕານ ຫລື ກາບຂອງໝາກຕານມາເຮັດເປັນຢາຫລຸດກົດ, ບັນເທົາອາການຍື່ງທ້ອງແໜ້ນທ້ອງໄດ້.
- ຈາວໝາກຕານຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ເນື່ອງຈາກອຸດົມໄປດ້ວຍແຮ່ທາດຟົສຟໍ.
- ສັບພະຄຸນຂອງໝາກຕານຍັງມີແກ້ປາກເປື່ອຍໄດ້ ໂດຍການເອົາກາບ ຫລື ກ້ານໃບໄປເຜົາໄຟ ແລ້ວບີບເອົາແຕ່ນຳ້ມາອົມ ແລະ ກິນເປັນຢາແກ້ອາການເຈັບທ້ອງຖອກທ້ອງໄດ້.