ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ

- 022307 2018 - ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ
- kitchen vibe - ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ

ເຮົາທຸກຄົນອາດຈະເຄີຍນິນທາເພື່ອນຮ່ວມງານຫລາຍຈົນບາງເທື່ອກໍເຮັດໄປໂດຍບໍ່ຮູ້ໂຕ, ການເວົ້າເລື່ອງຄົນອື່ນອາດຈະ ເປັນການເລີ່ມບົດສົນທະນາທີ່ງ່າຍ ແລະ ໜ້າສົນໃຈ  ແລະ ການຊີ້ຄວາມຜິດພາດຂອງຄົນອື່ນກໍຍ່ອມງ່າຍກ່ວາການແນມຫາຂໍ້ ເສຍຂອງໂຕເອງ ແນ່ນອນວ່າ ບໍ່ຕ້ອງເປັນຜູ້ຊ່ຽວຊານກໍຮູ້ໄດ້ວ່າການກະທຳແບບນັ້ນສາມາດສົ່ງຜົນເສຍແນວໃດ, ແຕ່ທ່ານອາດຍັງບໍ່ຮູ້ວ່າໃນທາງກົງກັນຂ້າມນັ້ນ ການຍ້ອງຍໍຊົມເຊີຍ ແລະ ໃຫ້ກຳລັງໃຈເພື່ອນຮ່ວມງານນັ້ນມີຂໍ້ດີຫລາຍຢ່າງບໍ່ໜ້າເຊື່ອ.

ການວິໄຈຈາກມະຫາວິທະຍາໄລຮາເວີດ ສະແດງໃຫ້ເຫັນວ່າ : ການເວົ້າເຖິງເພື່ອນຮ່ວມງານໃນດ້ານດີຈະເຮັດໃຫ້ຮູ້ສຶກຖືກຍອມຮັບ ແລະ ມີຄຸນຄ່າໃນສາຍຕາຜູ້ອື່ນ ເຊິ່ງນຳໄປສູ່ການແລກປ່ຽນຂໍ້ມູນທີ່ມີປະໂຫຍດຕໍ່ກັນຫລາຍຂຶ້ນ ລວມເຖິງເພີ່ມທະວີປະສິດທິພາບການເຮັດວຽກນຳອີກ.

- Visit Laos Visit SALANA BOUTIQUE HOTEL - ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ

ແລະ ການວິໄຈນີ້ຍັງສະແດງໃຫ້ເຫັນວ່າປະສິດທິພາບໃນການເຮັດວຽກເປັນທີມມັກຈະຫລຸດລົງ ເນື່ອງຈາກທຸກຄົນລ້ວນແຕ່ຢາກປັບໂຕໃຫ້ເຂົ້າກັບທີມໄດ້ ໂດຍສະເພາະສະມາຊິກໃໝ່ ຈຶ່ງເຮັດໃຫ້ບໍ່ຄ່ອຍມີການສະແດງຄວາມຄິດຄວາມເຫັນ ຫລື ແບ່ງປັນຂໍ້ມູນ ທັງຍັງບໍ່ກ້າເຮັດສິ່ງໃໝ່ ເຊິ່ງບັນຫານີ້ຈະແກ້ໄດ້ຢ່າງຖາວອນໂດຍການຫັນມາເວົ້າເຖິງເພື່ອນຮ່ວມງານໃນດ້ານດີໆ. ຫາກຍັງບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດ ແລະ ເລີ່ມຕົ້ນແນວໃດ ມື້ນີ້ພວກເຮົາມີ 5 ເຄັດລັບງ່າຍໆມາແນະນຳທ່ານ.

  1. ສະໜັບສະໜູນພວກເຂົາ ເມື່ອພວກເຂົາຖືກປະຕິເສດ : ຈະສັງເກດໄດ້ຖ້າເປັນສ່ວນໜຶ່ງຂອງທີມ ຫລາຍໆເທື່ອທີ່ເພື່ອນຮ່ວມວຽກຂອງທ່ານກຳລັງຖືກຂັດຂວາງການສະແດງຄວາມຄິດເຫັນ, ຖືກຜູ້ຈັດການຕິເຕືອນບໍ່ເປັນທຳ ຫລື ຖືກນິນທາລັບຫລັງຢ່າງເສຍໆຫາຍໆ ດັ່ງນັ້ນວິທີທຳອິດທີ່ຊ່ວຍໄດ້ກໍຄື ທ່ານຄວນຈະຢືນຢູ່ຂ້າງພວກເຂົາ ແທນການເຂົ້າໄປຮ່ວມວົງນິນທາຢ່າງມ່ວນປາກ.
  2. ເລົ່າເລື່ອງດີໆຂອງເພື່ອນຮ່ວມງານໃຫ້ຄົນອື່ນຟັງ : ນີ້ແມ່ນການສ້າງຄວາມໜ້າເຊື່ອຖືໃຫ້ກັບໂຕທ່ານເອງນຳ ຈົ່ງພະຍາຍາມເວົ້າເຖິງເພື່ອນຮ່ວມງານໃນທາງທີ່ດີ ເພາະມັນແມ່ນສິ່ງທີ່ມະນຸດໃນສັງຄົມຄວນເຮັດ ເມື່ອເລື່ອງລາວໄປເຖິງຫູຜູ້ຖືກເວົ້າເຖິງ ເພື່ອນຮ່ວມງານຄົນນັ້ນກໍຈະຮູ້ສຶກດີ ແລະ ເປັນມິດຕໍ່ທ່ານໂດຍສັນຊາດຕະຍານ.
  3. ເວົ້າສ້າງຄວາມປະທັບໃຈ ແທນເພື່ອນຮ່ວມວຽກ : ເຮົາທຸກຄົນຮູ້ດີວ່າຄວາມປະທັບໃຈທຳອິດມີຄວາມສຳຄັນຫລາຍປານໃດ ເມື່ອມີເພື່ອນຮ່ວມວຽກເຂົ້າມາໃໝ່ ທ່ານຄວນເລົ່າເລື່ອງດີໆຂອງເຂົາໃຫ້ບ່ອນເຮັດວຽກຟັງກ່ອນເຂົາຈະເຂົ້າເຮັດວຽກ ເພື່ອຊ່ວຍສ້າງຄວາມປະທັບໃຈເທື່ອທຳອິດໃຫ້ຫລາຍຄົນໄດ້ຮັບຮູ້. ໃນທຳນອງດຽວກັນ ເມື່ອເພື່ອນຮ່ວມງານກຳລັງຈະລາອອກ ຈົ່ງເວົ້າໃຫ້ສະມາຊິກທີ່ເຫລືອຮູ້ສຶກວ່າເຂົາສຳຄັນປານໃດ ໃຫ້ພວກເຂົາຈາກໄປພ້ອມກັບຄວາມຊົງຈຳດີໆທີ່ເກີດຂຶ້ນໃນທີມ ຫລື ຖ້າເປັນໄປໄດ້ກໍອາດຈະຊ່ວຍຊີ້ໃຫ້ເຫັນນຳວ່າ ທີມໃໝ່ໂຊກດີປານໃດທີ່ໄດ້ເພື່ອນຮ່ວມງານຂອງທ່ານໄປເປັນສ່ວນໜຶ່ງ.
  4. ຊ່ວຍໃຫ້ເພື່ອນຮ່ວມງານມີບົດບາດທີ່ເໝາະສົມໃນທີມ : ທີມຈະກາຍເປັນທີມແທ້ໆກໍຕໍ່ເມື່ອທຸກຄົນຮັບຮູ້ບົດບາດຂອງໂຕເອງ ແລະ ຮູ້ວ່າຈະນຳເອົາທັກສະທີ່ເປັນເອກະລັກຂອງແຕ່ລະຄົນມາໃຊ້ໃຫ້ເກີດປະໂຫຍດໄດ້ແນວໃດ ຈົ່ງເຮັດໃຫ້ແນ່ໃຈວ່າທຸກຄົນເຂົ້າໃຈໃນທັກສະຄວາມສາມາດຂອງເພື່ອນຮ່ວມທີມຂອງທ່ານ ແລະ ເປີດໂອກາດໃຫ້ເຂົາໄດ້ໃຊ້ທັກສະຄວາມສາມາດນັ້ນໃນການເຮັດວຽກນຳອີກ.
  5. ຊ່ວຍພວກເຂົາໃຫ້ໄດ້ຮັບຜົນປະເມີນການເຮັດວຽກທີ່ດີ : ຖ້າເພື່ອນຮ່ວມງານບໍ່ໄດ້ເຮັດວຽກກັບຫົວໜ້າ ຫລື ບໍ່ໄດ້ຢູ່ໃນພະແນກດຽວກັບທ່ານ ໃຫ້ເບິ່ງວ່າພວກເຂົາຖືກປະເມີນຜົນການເຮັດວຽກຈາກຫຍັງ ແລະ ໝັ່ນຫາໂອກາດເລົ່າຂໍ້ດີທີ່ກົງກັບເກນການປະເມີນຂອງເຂົາໃຫ້ຫົວໜ້າພະແນກນັ້ນຟັງ ເພາະວຽກບໍ່ໄດ້ມີໄວ້ເພື່ອຜົນດີໆໃນຕອນທ້າຍພຽງເທົ່ານັ້ນ ແຕ່ວຽກສາມາດສ້າງຄຸນຄ່າໃຫ້ກັບຜູ້ອື່ນໄດ້ຢ່າງຫລວງຫລາຍ ດັ່ງນັ້ນ ຈົ່ງຈື່ໄວ້ວ່າທຸກຄຳເວົ້າດີໆຂອງທ່ານລ້ວນແຕ່ມີຄວາມໝາຍຢ່າງຫລາຍຕໍ່ເພື່ອນຮ່ວມງານທຸກຄົນ.
- 5 - ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ
- 4 - ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ
- 3 - ເວົ້າເຖິງເພື່ອນຮ່ວມງານໃນດ້ານດີ ສົ່ງຜົນດີຕໍ່ການເຮັດວຽກເປັນທີມ